ສໍານັກຂ່າວຊິນຫົວ ລາຍງານໃນວັນທີ 17 ສິງຫານີ້ວ່າ: ຄະນະກໍາມະການສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ສອງເກົາຫຼີ ໄດ້ຈັດການປະຊຸມຮ່ວມກັນຂຶ້ນ ແລະ ເຫັນພ້ອມອະນຸມັດແຜນການດໍາເນີນງານຂອງ ສໍານັກງານປະສານງານຮ່ວມລະຫວ່າງ ສອງເກົາຫຼີ ຈາກ ກອງທຶນການຮ່ວມມືລະຫວ່າງ ສອງເກົາຫຼີ.

ຫຼັງຈາກການປະຊຸມສຸດຍອດຄັ້ງທໍາອິດ ລະຫວ່າງ ທ່ານ ມຸນ ແຈ-ອິນ ປະທານາທິບໍດີ ສ ເກົາຫຼີ ແລະ ທ່ານ ຄິມ ຈອງ ອຶນ ຜູ້ນໍາສູງສຸດຂອງ ສປປ ເກົາຫຼີ ທີ່ເຂດບ້ານປັນມຸນຈອມ ເມື່ອວັນທີ 27 ເມສາ ທີ່ຜ່ານມາ ໂດຍທັງສອງຜູ້ນໍາເຫັນພ້ອມໃຫ້ເປີດ ສໍານັກງານປະສານງານຮ່ວມລະຫວ່າງກັນຂຶ້ນ ໃນເມືອງແກຊອງ ບໍລິເວນຊາຍແດນຂອງ ສປປ ເກົາຫຼີ ໃນທ້າຍເດືອນນີ້.

ທັງນີ້, ການບູລະນະຊ້ອມແຊມ ໃນເມືອງແກຊອງ ໄດ້ດໍາເນີນການມາ ຕັ້ງແຕ່ວັນທີ 2 ກໍລະກົດ ທີ່ຜ່ານມາ ໂດຍມີຈຸດປະສົງເພື່ອເປີດ ສໍານັກງານປະສານງານຮ່ວມກັນ ໃຫ້ທັນພາຍໃນຊ່ວງທ້າຍເດືອນສິງຫາ; ດ້ານ ສ ເກົາຫຼີ ໄດ້ເລີ່ມສົ່ງກະແສໄຟຟ້າໃຫ້ກັບ ເມືອງແກຊອງ ຕັ້ງແຕ່ວັນທີ 14 ສິງຫາທີ່ຜ່ານມາ ສໍາລັບການກວດສອບຄວາມພ້ອມ.

ສໍານັກງານປະສານງານຮ່ວມລະຫວ່າງ ສອງເກົາຫຼີ ນີ້ ຈະເປັນຊ່ອງທາງການສື່ສານລະຫວ່າງ ສອງເກົາຫຼີ ເພື່ອຊ່ວຍອໍານວຍຄວາມສະດວກ ໃນການເຈລະຈາຫາລືກ່ຽວກັບ ການຮ່ວມມື ແລະ ແລກປ່ຽນລະຫວ່າງ ສອງເກົາຫຼີ ອີກດ້ວຍ.