ເຈົ້າໜ້າທີ່ເຈລີ ເປີດເຜີຍໃນວັນທີ 17 ສິງຫານີ້ ວ່າ: ເຮືອບິນໂດຍສານ 4 ລຳ ຕ້ອງລົງຈອດສຸກເສີນ ໃນເຈລີ ແລະ ເປຣູ ເນື່ອງຈາກຖືກຂູ່ວາງລະເບີດ ໂດຍແຈ້ງໄປຍັງ ສຳນັກງານການບິນພົນລະເຮືອນຂອງເຈລີ ໂດຍເຮືອບິນ 2 ລຳ ຂອງສາຍການບິນ ລະທາມ ແອລາຍ ແລະ ອີກ 2 ລຳ ເປັນຂອງສາຍການບິນ ສະກາຍ ເຊິ່ງເປັນສາຍການບິນຕົ້ນທຶນຕໍ່າຂອງເຈລີ. ສາຍການບິນ ສະກາຍ ລາຍງານວ່າ: ມີເຮືອບິນອີກລຳຂອງສາຍການບິນ ເຊິ່ງເປັນລຳທີ່ 3 ຖືກຂູ່ວາງລະເບີດເຊັ່ນກັນ ແຕ່ເຮືອບິນຍັງບໍ່ທັນໄດ້ອອກເດີນທາງຕາມຕາຕະລາງການບິນ.

ສຳນັກງານການບິນພົນລະເຮືອນຂອງເຈລີ ແລະ ທາງສາຍການບິນ ໄດ້ເຂົ້າກວດສອບເຮືອບິນໄປແລ້ວ 3 ລຳ ຈາກຈຳນວນ 5 ລຳ ທີ່ເກີດເຫດ ແຕ່ກໍບໍ່ພົບລະເບີດຢູ່ເທິງເຮືອບິນ ແລະ ເຮືອບິນຢ່າງໜ້ອຍໜຶ່ງລຳ ໄດ້ຮັບອະນຸມັດໃຫ້ເດີນທາງຕາມເສັ້ນທາງການບິນແລ້ວ. ສຳລັບເຮືອບິນທີ່ເກີດເຫດ 4 ລຳ ໃນຈຳນວນ 5 ລຳນັ້ນ ມີຈຸດໝາຍປາຍທາງ ຫຼື ສະໜາມບິນປາຍທາງ ຄື ນະຄອນຫຼວງຊານຕິອາໂກ; ໃນຂະນະດຽວກັນ, ມີລາຍງານວ່າ: ເຮືອບິນໂດຍສານແບບໂບອິງ 753 ຂອງສາຍການບິນຄອນດໍ ຂອງເຢຍລະມັນ ພ້ອມດ້ວຍຜູ້ໂດຍສານ 250 ຄົນ ຕ້ອງລົງຈອດສຸກເສີນທີ່ເກາະຄຣີດ ຂອງປະເທດເກຼັກ ຫຼັງຈາກຖືກຂູ່ວາງລະເບີດ

ໂດຍລາຍງານລະບຸຕື່ມວ່າ: ເຮືອບິນລຳດັ່ງກ່າວ ເດີນທາງອອກຈາກເອຢິບ ແລະ ກຳລັງມຸ່ງໜ້າໄປຍັງເມືອງດຸສເຊວດອບ ຂອງເຢຍລະມັນ. ຫຼັງຈາກທີ່ລົງຈອດແລ້ວ ພະນັກງານບໍລິການໄດ້ອົບພະຍົບຜູ້ໂດຍສານອອກຈາກເຮືອບິນໄດ້ຢ່າງປອດໄພ ແລະ ການກວດສອບກໍບໍ່ພົບລະເບີດແຕ່ຢ່າງໃດ.