ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ຄາດຄະເນ ໃນວັນທີ 17 ສິງຫານີ້ ວ່າ: ເສດຖະກິດຈະມີການເຕີບໃຫຍ່ຂະຫຍາຍຕົວ 5,3% ໃນປີໜ້າ ສູງກວ່າຕົວເລກທີ່ໄດ້ຄາດຄະເນໄວ້ໃນປີນີ້ ທີ່ 5,17-5,2% ຂະນະທີ່ ລັດຖະບານຈະຈັດສັນງົບປະມານໃນການພັດທະນາພື້ນຖານໂຄງລ່າງຂອງປະເທດ ສູ່ລະດັບ 420,5 ລ້ານລ້ານຣູເປຍ ໃນປີໜ້າ ຈາກເດີມທີ່ລະດັບ 410 ລ້ານລ້ານຣູເປຍ ໃນປີນີ້ ພ້ອມທັງລະບຸວ່າ ລັດຖະບານຈະກໍ່ສ້າງເສັ້ນທາງຍາວ 667 ກິໂລແມັດ, ທາງດ່ວນຄວາມຍາວ 905 ກິໂລແມັດ ແລະ ເຂື່ອນຈຳນວນ 48 ແຫ່ງ ໃນປີໜ້າ.

ທ່ານ ວິໂດໂດ ຄາດຄະເນວ່າ: ຄາເງິນຣູເປຍ ຈະຫຼຸດລົງເຖິງລະດັບ 14.400 ຣູເປຍຕໍ່ໂດລາສະຫະລັດ ໃນປີໜ້າ ຈາກເດີມທີ່ລະດັບ 14.619 ຣູເປຍ ໃນປັດຈຸບັນນີ້, ພ້ອມທັງຄາດຄະເນວ່າ: ຕົວເລກຄາດດຸນງົບປະມານ ຈະຫຼຸດລົງສູ່ລະດັບ 1,84% ຂອງຕົວເລກຜະລິດຕະພັນລວມພາຍໃນປະເທດ (GDP) ໃນປີໜ້າ ຈາກເດີມທີ່ລະດັບ 2,12% ຂອງຕົວເລກ GDP ໃນປີນີ້.

ການຄາດຄະເນຂອງທ່ານ ໂຈໂກ ມີຂຶ້ນຫຼັງຈາກ ກະຊວງການເງິນ ອິນໂດເນເຊຍ ຈັບມືກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດເຜີຍວ່າ: ສິນຄ້າອຸປະໂພກ-ບໍລິໂພກ ນຳເຂົ້າຫຼາຍກວ່າ 500 ລາຍການ ສາມາດໃຊ້ສິນຄ້າໃນປະເທດທົດແທນໄດ້.

ທ່ານ ສຸອາຮາຊິວ ນາຊາຣາ ຫົວໜ້າຝ່າຍນະໂຍບາຍການເງິນ ກະຊວງການເງິນ ອິນໂດເນເຊຍ ເປີດເຜີຍວ່າ: ທາງການອິນໂດເນເຊຍ ກຳລັງຫາລືເຖິງມາດຕະການຫຼຸດການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເຊິ່ງ ກະຊວງການການເງິນ ຈະອອກລະບຽບວ່າດ້ວຍ ເລື່ອງນີ້ໃນ 2-3 ມື້ຂ້າງໜ້າ.

ທາງດ້ານສຳນັກງານສະຖິຕິແຫ່ງຊາດ ອິນໂດເນເຊຍ ລະບຸວ່າ: ໄລຍະເຄິ່ງປີທຳອິດ, ອິນໂດເນເຊຍ ນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ມູນຄ່າ 8.180 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 21,64% ເມື່ອທຽບກັບຕົວເລກ 6.730 ລ້ານໂດລາສະຫະລັດ ໃນໄລຍະດຽວກັນຂອງປີຜ່ານມາ.

ແຕ່ເຖິງແມ່ນວ່າ ນຳເຂົ້າເພີ່ມຂຶ້ນ ສິນຄ້າເຫຼົ່ານີ້ຍັງຄິດເປັນອັດຕາສ່ວນນ້ອຍໆ ຫຼື 9,19% ຂອງສິນຄ້ານຳເຂົ້າອິນໂດເນເຊຍທັງໝົດ ຂະນະທີ່ອັດຕາສ່ວນການການນຳເຂົ້າວັດຖຸດິບ ແລະ ສິນຄ້າທຶນ ຢູ່ທີ່ 74,67% ແລະ 16,14% ຕາມລຳດັບ.