ປາຖະກະຖາໂດຍ ພົຈວ ແກ່ນສີ ມະນີວົງ ພະນັກງານປະຕິວັດອາວຸໂສບໍານານ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ

ໃນວັນທີ 14 ທັນວາ 2018, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ປາຖະກະຖາໂດຍ ພົຈວ ແກ່ນສີ ມະນີວົງ ພະນັກງານປະຕິວັດອາວຸໂສບໍານານ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໂດຍມີ ທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ ເລຂາຄະນະພັກລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ຮອງລັດຖະມົນຕີ, ຫົວໜ້າ-ຮອງກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ເຂົ້າຮ່ວມ.

ໂດຍມີ ທ່ານ ຄໍາເມິງ ພົງທະດີ

ພົຈວ ແກ່ນສີ ມະນີວົງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນມູນເຊື້ອຂອງ ກອງທັບປະຊາຊົນລາວ ແລະ ໝາກຜົນແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ, ເດັດດ່ຽວໜຽວແໜ້ນ, ອົງອາດກ້າຫານ, ບໍ່ຍອມຈໍານົນ, ມີຈິດໃຈຮັກເຊື້ອແພງຊາດຮັກບ້ານເກີດເມືອງນອນ, ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອຊາດຂອງກອງທັບ ຍາດເອົາໄຊຊະນະມາໃຫ້ປວງຊົນລາວທັງຊາດ.

ຫ້ອງວ່າການປະທານປະເທດ

ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ; ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ເຮັດສໍາເລັດພາລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາຜູ້ຮຸກຮານ ພ້ອມດ້ວຍລູກແຫ່ຼງຕີນມື ແລະ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ.