ກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ວັນທີ 14 ທັນວາ 2018, ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ຖະແຫຼງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ເພື່ອໃຫ້ບັນດາສະຫາຍຄະນະພັກ ບັນດາກະຊວງ-ອົງການ ທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ແລະ ສື່ມວນຊົນອ້ອມຂ້າງສູນກາງ ຈົ່ງພ້ອມກັນຈັດຕັ້ງໂຄສະນາໃຫ້ແຕ່ລະພາກສ່ວນໄດ້ຮັບຮູ້, ເຂົ້າໃຈ ແລະ ກຳເເໜ້ນເອົາເນື້ອໃນຈິດໃຈ, ມູນເຊື້ອແຫ່ງການປະຕິວັດດັ່ງກ່າວ ແນໃສ່ເຮັດໃຫ້ການສະເຫຼີມສະຫຼອງຄັ້ງນີ້ມີຄວາມຄຶກຄື້ນ.

ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ

ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ:

ນັບແຕ່ນີ້ຮອດມື້ ວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 2019 ທາງກະຊວງ ປ້ອງກັນປະເທດ ຈະໄດ້ຈັດຕັ້ງເຄື່ອນໄຫວຫຼາຍກິດຈະກຳ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນດັ່ງກ່າວມີເນື້ອໃນສົມບູນ

ພົນເອກ ຈັນສະໝອນ ຈັນຍາລາດ
ກະຊວງປ້ອງກັນປະເທດ

ເປັນຕົ້ນແມ່ນ ສືບຕໍ່ຈັດຕັ້ງໂຄສະນາປາຖະກະຖາກ່ຽວກັບ ປະຫວັດມູນເຊື້ອຂອງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງແຂງແຮງໃນທົ່ວສັງຄົມ ໂດຍຜ່ານສື່ຕ່າງໆໃຫ້ມີຜົນສຳເລັດ, ຈັດງານວາງສະແດງຮູບພາບ ແລະ ຜະລິດຕະພັນດ້ານກະສິກຳ, ອຸດສາຫະກຳທີ່ກອງທັບປະຊາຊົນລາວ ໄດ້ຜະລິດຢູ່ຫໍພິພິທະພັນປະຫວັດສາດກອງທັບ. ພ້ອມນັ້ນ, ໃນວັນທີ 20 ມັງກອນ 2019 ຍັງຈະໄດ້ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງລະດັບຊາດ ແລະ ການສະແດງສິນລະປະ-ວັນນະຄະດີຕ່າງໆ ໂດຍມີກອງສິລະປະກອນຈາກ ກອງທັບປະຊາຊົນຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ ເຂົ້າຮ່ວມທີ່ຫໍວັດທະນະທຳແຫ່ງຊາດ ແລະ ກິລາອື່ນໆ.

20 ມັງກອນ 1949-20 ມັງກອນ 2019

ເພື່ອຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ກະຊວງປ້ອງກັນປະເທດ ໄດ້ກະກຽມ ແລະ ສຳເລັດ ຄື: ຈັດຕັ້ງເປີດບັ້ນແຂ່ງຂັນທົ່ວກອງທັບປະຊາຊົນລາວ ໂດຍເລັ່ງໃສ່ແຂ່ງຂັນປະຕິບັດມະຕິຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່, 26 ແຜນງານ, ການສ້າງກອງຮາກຖານໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງນັກຮົບວັດທະນະທຳ-ກອງວັດທະນະທຳ ແລະ ສ້າງກົມກອງປອດໃສ-ປອດຄະດີ; ຈັດຕັ້ງບັ້ນດຳເນີນຊີວິດການເມືອງທົ່ວກອງທັບປະຊາຊົນລາວ ຢູ່ຂັ້ນກະຊວງ ແລະ ບັນດາກົມກອງ-ທ້ອງຖິ່ນ; ຈັດຕັ້ງການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ, ແຂ່ງຂັນກິລາກາຍະກຳ ແລະ ກິລາການທະຫານທົ່ວກອງທັບ; ຈັດຕັ້ງການຫັດແອບ ແລະ ສວນສະໜາມ ເພື່ອສະແດງກຳລັງຂອງບັນດາເຫຼົ່າຮົບນັບທັງກຳລັງພົນ ແລະ ພາຫະນະ ແນໃສ່ເຮັດໃຫ້ການສະເຫຼີມສະຫຼອງຄັ້ງນີ້ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ.