ປາຖະກະຖາ ແບບແຜນທີ່ດີຂອງ ພັກ-ລັດ ກອມມູນິດຈີນ

ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ

0
2470
ທ່ານ ນາງ ຫຼູຊີ ຄະນະປະຈໍາຄະນະກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ

ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີປາຖະກະຖາໃນຫົວຂໍ້ ” ສະພາບການກໍ່ສ້າງແບບແຜນທີ່ດີຂອງ ພັກ-ການກໍ່ສ້າງລັດທີ່ປອດໃສ, ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການຕິດຕາມກວດກາພັກ-ລັດ ຂອງ ພັກກອມມູນິດຈີນ ” ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງ ພັກກອມມູນິດຈີນ ເປັນຕົ້ນມາ ໃນວັນທີ 11 ທັນວາ 2018 ນີ້, ໂດຍສະຫາຍ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ຫຼູຊີMrs. Zhu Lixue ເປັນປະທານຮ່ວມ

ທ່ານ ນາງ ຫຼູຊີ ຄະນະປະຈໍາຄະນະກວດກາລະບຽບວິໄນສູນ ກາງພັກກອມມູນິດຈີນ, ກຳມະການຄະນະກວດກາແຫ່ງຊາດຈີນ ໄດ້ຍົກໃຫ້ເຫັນເຖິງວິວັດທະນາການປັບປຸງແບບແຜນວິທີການເຮັດວຽກຂອງ ພັກກອມມູນິດຈີນ ນັບທັງການປັບປຸງນິຕິກຳຕ່າງໆ, ລະບຽບກົນໄກໃນການກໍ່ສ້າງພັກ, ປັບປຸງຮູບການກໍ່ສ້າງພັກ, ກໍ່ສ້າງສະມາຊິກພັກ ຈົນເຮັດໃຫ້ພັກກອມມູນິດຈີນ ໄດ້ຮັບການຍ້ອງຍໍຈາກປະຊາຊົນ.

ເຂົ້າຮ່ວມໂດຍສະຫາຍ ປອ. ບຸນທອງ ຈິດມະນີ ແລະ ພາກສ່ວນທີ່ກ່ຽວຂ້ອງ

ໂດຍສະເພາະແມ່ນ ການແກ້ໄຂບັນຫາ 4 ລັດທິຫຍໍ້ທໍ້ຄື:

ລັດທິຮູບການ, ລັດທິອາດຍາສິດ, ລັດທິຂີ້ຄ້ານ ແລະ ຟຸມເຟືອຍ ລວມທັງການສືບສວນ-ສອບສວນຕໍ່ 7 ບັນຫາທີ່ບໍ່ປະຕິບັດລະບຽບວິໄນທາງດ້ານການເມືອງຄື: ແຕ່ງຕັ້ງພະນັກງານທີ່ໃກ້ຊິດສະໜິດສະໜົມກັບຕົນເອງ, ສ້າງພັກພວກ, ການໃສ່ຮ້າຍປ້າຍສີຜູ້ອື່ນ, ການຊື້ຄະແນນສຽງໃຫ້ຄຳໜັ້ນສັນຍາກັບຜູ້ອື່ນວ່າ ຈະເປັນເຈົ້າເປັນນາຍໄດ້, ບໍ່ເປັນເອກະພາບກັບສູນກາງ ແລະ ສົງໄສຄວາມຖືກຕ້ອງຂອງສູນກາງຄໍາຕິຊົມຂອງສູນກາງ ( ຕີຖອຍການຕຳນິຕິຊົມເຊິ່ງກັນແລະກັນ ).

ການແກ້ໄຂບັນຫາ 4 ລັດທິຫຍໍ້ທໍ້

ນອກນີ້, ພັກກອມມູນິດຈີນ ໄດ້ກຳນົດ 8 ຂໍ້ໃນການຄຸ້ມຄອງພັກຢ່າງເຂັ້ມງວດຄື: ຖືເອົາການກໍ່ສ້າງພັກທາງການເມືອງ ເປັນອັນດັບໜຶ່ງ, ເພີ່ມຄວາມເຂັ້ມແຂງຂອງທົ່ວພັກດ້ວຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່, ກໍ່ສ້າງຖັນແຖວພະນັກງານວິຊາການທີ່ມີຄຸນທາດສູງ, ເສີມສ້າງອົງການຈັດຕັ້ງຂັ້ນຮາກຖານ, ເນັ້ນໃສ່ແບບແຜນ ແລະ ການປະຕິບັດວິໄນຂອງພັກຕະຫຼອດໄປ, ຍາດເອົາໄຊຊະນະຢ່າງເດັດຂາດ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ປັບປຸງບູລະນະລະບົບຕິດຕາມກວດກາຂອງພັກ ແລະ ລັດ ໃຫ້ສົມບູນຂຶ້ນ ແລະ ເພີ່ມຄວາມສາມາດດ້ານການກຳອຳນາດຢ່າງຮອບດ້ານ. 

ກຳນົດ 8 ຂໍ້ໃນການຄຸ້ມຄອງພັກຢ່າງເຂັ້ມງວດ

ທ່ານ ນາງ ຫຼູຊີ ຍັງໄດ້ຍົກໃຫ້ເຫັນເຖິງການຕິດຕາມ, ກວດກາພັກ-ລັດ ໂດຍສະເພາະແມ່ນ ການນຳພາຂອງຄະນະພັກຂັ້ນຕ່າງໆ ລວມທັງການຕິດຕາມ-ກວດກາການປະຕິບັດວຽກງານຂອງພະນັກງານ-ສະມາຊິກພັກ ເພື່ອຕີຖອຍການສໍ້ລາດບັງຫຼວງ ແລະ ການສວຍໃຊ້ໜ້າທີ່ຂອງພະນັກງານ-ສະມາຊິກພັກໃນທາງທີ່ບໍ່ຖືກຕ້ອງ, ຍົກໃຫ້ເຫັນການປະຕິບັດລະບຽບວິໄນຕໍ່ຜູ້ທີ່ລະເມີດກົດລະບຽບພັກກອມມູນິດຈີນ ແລະ ກົດໝາຍຕ້ານການສໍ້ລາດບັງຫຼວງ ສປ ຈີນ ໃນໄລຍະຜ່ານມາ.