ໄຕຫວັນ ຫ້າມນຳເນື້ອສັດເຂົ້າປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ທັນວາ ນີ້ວ່າ: ສຳນັກງານປ້ອງກັນ, ກວດພະຍາດພືດ ແລະ ສັດ, ຄະນະກຳມະການກະເສດຕະກອນ ໄຕ້ຫວັນ ເປີດເຜີຍວ່າ ຈາກການກວດສອບ ພົບວ່າ ມີຜູ້ລັກລອບນຳຊີ້ນໝູຈາກຕ່າງປະເທດເຂົ້າໄປ ໄຕ້ຫວັນ ໃນອາທິດທີ່ຜ່ານມາ; ຫຼ້າສຸດ, ເຮັດໃຫ້ທາງການໄຕ້ຫວັນ ປະກາດໃຊ້ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຄວບຄຸມພະຍາດແພ່ລະບາດໃນສັດ ມາດຕາ 45 ສະບັບແກ້ໄຂ ດ້ວຍການເພີ່ມໂທດປັບໄໝສູງສຸດເປັນ 1.000.000 ຫຼຽນໄຕ້ຫວັນ. ຖ້າຫາກກວດພົບ ນັກທອງທ່ຽວລັກລອບນຳຜະລິດຕະພັນທີ່ມີສ່ວນປະສົມຂອງເນື້ອສັດເຂົ້າມາ ຈະຖືກດຳເນີນຄະດີຕາມກົດໝາຍ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 14 ທັນວາ ທີ່ຜ່ານມາ.

ທາງການໄຕ້ຫວັນ ປະກາດໃຊ້ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຄວບຄຸມພະຍາດແພ່ລະບາດໃນສັດ

ສຳລັບການແກ້ໄຂຮ່າງກົດໝາຍສະບັບດັ່ງກ່າວ ມີລາຍລະອຽດ ຄື:

ບັນດານັກທ່ອງທ່ຽວ, ຜູ້ໂດຍສານ ລວມທັງເຈົ້າໜ້າທີ່, ພະນັກງານບໍລິສັດຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ ທີ່ເດີນທາງເຂົ້າໄປ ໄຕ້ຫວັນ ຖ້າຫາກວກດພົບວ່າ ມີການນຳຜະລິດຕະພັນຈາກເນື້ອສັດທີ່ບໍ່ໄດ້ຮັບອະນຸຍາດ ຕາມມາດຕາ 34 ເຂົ້າມາ ຖືວ່າມີຄວາມຜິດ ແລະ ຕ້ອງໂທດປັບໄໝຕັ້ງແຕ່ 10.000-1.000.000 ຫຼຽນໄຕ້ຫວັນ.

ການແພ່ລະບາດຂອງ ພະຍາດອະຫິວາໝູອາຟຣິກກາ ໄດ້ສ້າງຄວາມວິຕົກກັງວົນໃຫ້ກັບ ອຸດສາຫະກຳໝູ ພາຍໃນ ໄຕ້ຫວັນ ເນື່ອງຈາກປັດຈຸບັນ ພະຍາດດັ່ງກ່າວຍັງບໍ່ທາງປິ່ນປົວ ແລະ ບໍ່ມີວັກແຊງປ້ອງກັນ ເຖິງແມ່ນວ່າ ຍັງບໍ່ມີລາຍງານການແພ່ລະບາດຈາກມະນຸດສູ່ມະນຸດ. ແຕ່ການແພ່ລະບາດຂອງພະຍາດມີຄວາມສ່ຽງສູງທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍກັບ ອຸດສາຫະກຳການລ້ຽງໝູ ຂອງ ໄຕ້ຫວັນ ຕະຫຼອດຈົນຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ໃນການບໍລິໂພກຊີ້ນໝູ.

ການແພ່ລະບາດຂອງ ພະຍາດອະຫິວາໝູອາຟຣິກກາ

ດັ່ງນັ້ນ, ເມື່ອມີການບັງຄັບໃຊ້ກົດໝາຍຢ່າງຈິງຈັງ ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ແລະ ຊາວຕ່າງປະເທດ ໃຫ້ມີຄວາມຮ່ວມມື ເພື່ອຄວບຄຸມປ້ອງກັນການແພ່ລະບາດຂອງເຊື້ອພະຍາດ ແລະ ປະຕິບັດຕາມລະກົດໝາຍຢ່າງເຄັ່ງຄັດ.