ໜ້າຫຼັກ Tags ກະຊວງປ້ອງກັນປະເທດ

Tag: ກະຊວງປ້ອງກັນປະເທດ

ກອງປະຊຸມສະຫຼຸບວຽກງານສຶກສາ ປກຊ-ປກສ ທົ່ວປະເທດ ຄັ້ງທີ I

ສະພາສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານສຶກສາ ປກຊ-ປກສ ທົ່ວປະເທດ ຄັ້ງທີ I ຂຶ້ນໃນວັນທີ 6 ທັນວາ 2019 ໂດຍການເປັນປະທານຂອງ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະທານສະພາສຶກສາ ປກຊ-ປກສ ສູນກາງ, ໂດຍມີ ບັນດາຄະນະປະທານສຶກສາ...

ໂຍກຍ້າຍ-ແຕ່ງຕັ້ງ ຮອງ ລມຕ ກະຊວງປ້ອງກັນປະເທດ

ກະຊວງປ້ອງກັນປະເທດ ໄດ້ຈັດພິທີໂຍກຍ້າຍ-ແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຜູ້ໃໝ່ ຂຶ້ນໃນວັນທີ 25 ທັນວາ 2018, ເປັນກຽດເຂົ້າຮ່ວມໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ຮອງ ລມຕ, ຄະນະພັກ-ຄະນະກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ຖະແຫຼງກຽມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ວັນທີ 14 ທັນວາ 2018, ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ຖະແຫຼງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ...

ວາງສະແດງຮູບພາບ-ວັດຖຸຜົນງານມູນເຊື້ອວິລະກຳປະຫວັດສາດ ກອງທັບປະຊາຊົນລາວ ສະຫຼອງຄົບຮອບ 70 ປີ

ເຂົ້າຮ່ວມໂດຍ ພົທ ຈັນສະໝອນ ຈັນຍາລາດ ກະຊວງປ້ອງກັນຕ່າງປະເທດ ໄດ້ຈັດງານວາງສະແດງຮູບພາບ-ວັດຖຸຜົນງານມູນເຊື້ອວິລະກຳຂອງ ກອງທັບປະຊາຊົນລາວ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັນກອນ...

ແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນ ທົ່ວກອງທັບ ຄັ້ງທີ V

ເປັນກຽດເຂົ້າຮ່ວມໂດຍ ພົທ ຈັນສະໝອນ ຈັນຍາລາດ ກະຊວງປ້ອງກັນປະເທດ ຈັດພິທີແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນ ທົ່ວກອງທັບ ຄັ້ງທີ V ຮອບຊີງຊະນະເລີດ ໃນວັນທີ 12-13 ພະຈິກ 2018 ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70...

ເປີດຊຸດອົບຮົມກໍ່ສ້າງ ນາຍທະຫານພະລາທິການ

ວິທະຍາຄານພະລາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ເປີດຊຸດອົບຮົມກໍ່ສ້າງນາຍທະຫານພະລາທິການ ສົກຮຽນ 2018-2019 ໃນວັນທີ 31 ສິງຫາ 2018, ເຂົ້າຮ່ວມໂດຍ ພົຕ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ ຈາກບັນດາກົມໃຫຍ່ກະຊວງປ້ອງກັນປະເທດ ແລະ ກະຊວງ ປກສ, ຄະນະອຳນວຍການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ...

ກະຊວງປ້ອງກັນປະເທດ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຊຽງຂວາງ

ພົຈວ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 100.000.000 ກີບ ໃຫ້ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະໃນວັນທີ 8 ສິງຫາ 2018 ຢູ່ຫ້ອງວ່າການແຂວງຊຽງຂວາງ ເພື່ອຊ່ວຍເຫຼືອຟື້ນຟູແຂວງຊຽງຂວາງ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພນໍ້າຖ້ວມໃນທ້າຍເດືອນທີ່ຜ່ານມາ. ພົຈວ ຄຳມ່ວນ ເລືອງວັນຫຼ້າ ກ່າວວ່າ: ການມອບເງິນໃນຄັ້ງນີ້ເປັນການປະກອບສ່ວນຊ່ວຍເຫຼືອ...

ຄົ້ນພົບຜູ້ເສຍຊີວິດ ອີກ 2 ສົບ ຈາກຄູກັ້ນນໍ້າເຂື່ອນແຕກ ຢູ່ເມືອງສະໜາມໄຊ

ພາລະກິດເລັ່ງຄົ້ນຫາຜູ້ເສຍຊີວິດຈາກຜົນກະທົບຄູກັ້ນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຂອງກໍາລັງທະຫານ, ຕໍາຫຼວດ ແລະ ກູ້ໄຟ ມາຮອດວັນທີ 1 ສິງຫາ 2018 ພົບຜູ້ເສຍຊີວິດອີກ 2 ສົບ ລວມຜູ້ເສຍຊີວິດທີ່ເຫັນແລ້ວ 13 ສົບ. ພົຕ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບ ຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື...