ໂຍກຍ້າຍ-ແຕ່ງຕັ້ງ ຮອງ ລມຕ ກະຊວງປ້ອງກັນປະເທດ

0
4771

ກະຊວງປ້ອງກັນປະເທດ ໄດ້ຈັດພິທີໂຍກຍ້າຍ-ແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຜູ້ໃໝ່ ຂຶ້ນໃນວັນທີ 25 ທັນວາ 2018, ເປັນກຽດເຂົ້າຮ່ວມໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ຮອງ ລມຕ, ຄະນະພັກ-ຄະນະກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ເຂົ້າຮ່ວມໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ

ພົຕ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຂຶ້ນຜ່ານຄໍາສັ່ງຂອງ ກົມການເມືອງສູນກາງພັກ ເລກທີ 053/ກມສພ ລົົງວັນທີ 23 ພະຈິກ 2018 ວ່າດ້ວຍ ການໂຍກຍ້າຍພະນັກງານການນຳຂັ້ນສູງ ຮັບໜ້າທີ່ໃໝ່ ໂດຍມີລາຍລະອຽດດັ່ງນີ້:

ໂຍກຍ້າຍ-ແຕ່ງຕັ້ງ ຮອງ ລມຕ ກະຊວງປ້ອງກັນປະເທດ
  • ກົມການເມືອງສູນກາງພັກ ອອກຄຳສັ່ງໂຍກຍ້າຍ ສະຫາຍ ພົຕ ທອງລອຍ ສີລິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນປະເທດ;
  • ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ເລກທີ 143/ຄລສພ ລົງວັນທີ 23 ພະຈິກ 2018 ວ່າດ້ວຍ ການແຕ່ງຕັ້ງ ຮອງເລຂາຄະນະພັກ ກະຊວງປ້ອງກັນປະເທດ;
  • ຄຳສັ່ງເລກທີ 17/ນຍ ລົງວັນທີ 23 ພະຈິກ 2018 ວ່າດ້ວຍ ການໂຍກຍ້າຍພະນັກງານຮັບໜ້າທີ່ໃໝ່, ນາຍົກລັດຖະມົນຕີ ອອກຄຳສັ່ງ ພົຕ ທອງລອຍ ສີລິວົງ ເຈົ້າແຂວງໆໄຊສົມບູນ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນປະເທດ;
  • ດຳລັດເລກທີ 353/ນຍ ລົງວັນທີ 23 ພະຈິກ 2018 ວ່າດ້ວຍ ການແຕ່ງຕັ້ງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ນາຍົກລັດຖະມົນຕີ ອອກດຳລັດແຕ່ງຕັ້ງ ພົຕ ທອງລອຍ ສີລິວົງ ເປັນ ຮອງລັດຖະມົນຕີ ທັງເປັນ ຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ.
ພິທີເຊັນມອບ-ຮັບ ຫົວໜ້າກົມໃຫຍ່ການເມືອງກອງທັບ

ຈາກນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບ ຫົວໜ້າກົມໃຫຍ່ການເມືອງກອງທັບ ລະຫວ່າງ ພົທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ (ຜູ້ເກົ່າ) ແລະ ພົຕ ທອງລອຍ ສີລິວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ໃໝ່ ກະຊວງປ້ອງກັນປະເທດ.