ເຫດໄຟໄໝ້ຂີ້ເຫຍື້ອ ຢູ່ສູນບໍາບັດຂີ້ເຫຍື້ອ

ໃນປີ 2018 ນີ້, ທົ່ວນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນຈໍານວນ 40 ຄັ້ງ; ສ້າງຜົນເສຍຫາຍເປັນເຮືອນ 16 ຫຼັງ, ເປັນຫ້ອງ 24 ຫ້ອງ, ກອງຂີ້ເຫຍື້ອ 36 ເຮັກຕາ, ລົດໃຫຍ່ 2 ຄັນ ແລະອື່ນໆ. ໃນມື້ນີ້ ໜັງສືພິມປ້ອງກັນຄວາມສະຫງົບ ຄັດເອົາ 10 ເຫດການເດັ່ນອັກຄີໄພ ທີ່ສ້າງຜົນເສຍຫາຍເປັນຈໍານວນຫຼາຍ ຄື:

ອັນດັບທີ 10. ເຫດໄຟໄໝ້ເຮືອນປະຊາຊົນ ເປັນເຮືອນ 2 ຊັ້ນ ຢູ່ບ້ານວັດໄຕໃຫຍ່ທົ່ງ ໜ່ວຍ 26 ເມືອງສີໂຄດຕະບອງ ໃນວັນທີ 20 ກັນຍາ ເຈົ້າຂອງເຮືອນຊື່ ທ້າວ ຄູນສະຫວັນ ອາຍຸ 47 ປີ ອາຊີບຄ້າຂາຍ, ເຈົ້າໜ້າທີ່ນໍາໃຊ້ລົດມອດໄຟ 2 ຄັນເຂົ້າສະກັດ ສາມາດສະກັດບໍ່ໃຫ້ໄຟລຸກລາມໄວ້ໄດ້ ລວມມູນຄ່າເສຍຫາຍ 200.000.000 ກີບ, ສາເຫດຂອງການເກີດອັກຄີໄພ ແມ່ນເກີດຈາກການໄຕ້ທຽນບູຊາ.

ອັນດັບທີ 9. ເຫດໄຟໄໝ້ເຮືອນ 2 ຊັ້ນ ຢູ່ໜ່ວຍ 1 ບ້ານສີສັງວອນ ເມືອງໄຊເສດຖາ ໃນວັນທີ 16 ມີນາ, ເຊິ່ງເປັນເຮືອນຂອງ ນາງ ຈັນທະລາວະດີ ອາຍຸ 60 ປີ ທີ່ໃຫ້ ນາງ ໄກສອນ ອາຍຸ 30 ປີ ເຊົ່າເປີດຮ້ານນວດແຜນບູຮານ ສົ່ງຜົນເຮັດໃຫ້ເຮືອນຖືກໄຟໄໝ້ໝົດຫຼັງ ລວມມູນຄ່າເສຍຫາຍ 250.000.000 ກີບ, ສາເຫດທີ່ພາໃຫ້ເກີດອັກຄີໄພ ແມ່ນເກີດຈາກໄຟຟ້າລັດວົງຈອນ.

ການດຳເນີນງານຂອງເຈົ້າໜ້າທີ່ມອດໄປ ເພື່ອສະກັດເຫດໄຟໄໝ້

ອັນດັບທີ 8. ເຫດໄຟໄໝ້ເຮືອນ 2 ຊັ້ນ ທາງລຸ່ມກໍ່ ທາງເທິງໄມ້ ຢູ່ໜ່ວຍ 2 ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ເຊິ່ງເປັນເຮືອນຂອງ ທ້າວ ຈິນຕະນາ ອາຍຸ 42 ປີ, ເຫດດັ່ງກ່າວເຈົ້າໜ້າທີ່ ໄດ້ນໍາລົດມອດໄຟຈໍານວນ 2 ຄັນ ເຂົ້າສະກັດບໍ່ໃຫ້ລຸກລາມໄປໃສ່ເຮືອນຫຼັງອື່ນໄດ້ທ່ວງທັນ ລວມມູນຄ່າເສຍຫາຍ 304.000.000 ກີບ, ສາເຫດແມ່ນມີໄວລຸ້ນມົ້ວສຸມເສບຢາເສບຕິດຢູ່ພາຍໃນເຮືອນ ເຮັດໃຫ້ໄຟໄໝ້, ເຫດເກີດຂຶ້ນໃນວັນທີ 31 ພຶດສະພາ 2018.

ອັນດັບທີ 7. ເຫດເກີດໄຟໄໝ້ ເຮືອນ 2 ຊັ້ນ, ລຸ່ມກໍ່ ທາງເທິງໄມ້ ຢູ່ ໜ່ວຍ 22 ບ້ານໃໝ່ ເມືອງສີໂຄດຕະບອງ ໃນວັນທີ 21 ມີນາ ເປັນເຮືອນຂອງ ທ້າວ ສີມະນີວົງ ອາຍຸ 56 ປີ ສົ່ງຜົນເຮັດໃຫ້ເຮືອນ ແລະ ລົດຈັກຈໍານວນ 1 ຄັນ ຖືກໄຟໄໝ້ ລວມມູນຄ່າເສຍຫາຍ 350.000.000 ກີບ, ສາເຫດທີ່ພາໃຫ້ເກີດອັກຄີໄພ ແມ່ນ ນາງ ທອງທິບ ສາກໂທລະສັບປະໄວ້ຢູ່ກະດານໄຟຫ້ອງນອນຊັ້ນສອງ.

ອັນດັບທີ 6. ເກີດເຫດໄຟໄໝ້ເຮືອນໄມ້ ໃນເວລາ 20:30 ໂມງ ຂອງວັນທີ 2 ພຶດສະພາ ຢູ່ໜ່ວຍ 12 ບ້ານສາລະຄໍາເໜືອ ເມືອງຫາດຊາຍຟອງ ເຮືອນດັ່ງກ່າວເປັນເຮືອນຂອງ ທ້າວ ບຸນທະວີ ອາຍຸ 58 ປີ, ເຈົ້າໜ້າທີ່ໄດ້ນໍາໃຊ້ລົດມອດໄຟເຂົ້າມອດຈໍານວນ 2 ຄັນ ຈຶ່ງສະກັດບໍ່ໃຫ້ໄຟລຸກລາມໄປຕິດໃສ່ເຮືອນຫຼັງອື່ນໄດ້ທ່ວງທັນ ລວມມູນຄ່າເສຍຫາຍ 645.000.000 ກີບ, ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ.

ອັນດັບທີ 5. ເຫດການໄຟໄໝ້ຫໍພັກພະນັກງານ ຂອງ ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ຕັ້ງຢູ່ບ້ານດອນຕິ້ວ ເມືອງໄຊທານີ ໃນວັນທີ 27 ມັງກອນ ເຈົ້າໜ້າທີ່ໄດ້ນໍາໃຊ້ລົດມອດໄຟຈຳນວນ 6 ຄັນ ເຂົ້າສະກັດໄຟໃຊ້ເວລາ 6 ຊົ່ວໂມງ ຈຶ່ງສາມາດສະກັດໄຟໄວ້ໄດ້ ລວມມູນຄ່າເສຍຫາຍ ຫໍພັກ 3 ຫຼັງ ແຕ່ລະຫຼັງມີ 5 ຫ້ອງ ຄິດເປັນເງິນ 688.426.000 ກີບ.

ໄຟໄໝ້ສູນບຳບັດຂີ້ເຫຍື້ອ

ອັນດັບທີ 4. ເຫດໄຟໄໝ້ເຮືອນປະຊາຊົນ 2 ຊັ້ນ ລຸ່ມກໍ່ ທາງເທິງໄມ້ ຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ເປັນເຮືອນຂອງ ທ້າວ ຈັນທະຈອນ ອາຍຸ 59 ປີ ລວມມູນຄ່າເສຍຫາຍ 780.000.000 ກີບ, ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ ໃນວັນທີ 4 ສິງຫາ.

ອັນດັບທີ 3. ເຫດໄຟໄໝ້ຢູ່ຮ້ານອາຫານຄາລາໂອເກະ ສາຍນໍ້າເຢັນ ຢູ່ບ້ານນາໄຊ ເມືອງໄຊເສດຖາ ໃນວັນທີ 21 ມິຖຸນາ, ເຊິ່ງເປັນຮ້ານຂອງ ທ້າວ ສົມເພັດ ອາຍຸ 41 ປີ ສົ່ງຜົນເຮັດໃຫ້ຫ້ອງຄາລາໂອເກະເສຍຫາຍ 1 ຫ້ອງ ຄິດເປັນມູນຄ່າ 1.000.000.000 ກີບ, ສາເຫດແມ່ນເກີດຈາກໄຟຟ້າຊ໋ອດ ຈາກການສຽບເຄື່ອງໄຟຟ້າພາຍໃນຫ້ອງຄາລາໂອເກະ.

ອັນດັບ 2. ເຫດໄຟໄໝ້ໂຮງງານກັ່ນຕອງນໍ້າມັນເຄື່ອງຂອງ ທ້າວ ຄໍາອ່ອນໃຈ ອາຍຸ 51 ປີ ຢູ່ໜ່ວຍ 2 ບ້ານບໍ່ເຫຼັກ ເມືອງໄຊທານີ ໃນວັນທີ 23 ມັງກອນ ສົ່ງຜົນເຮັດໃຫ້ຖັງບັນຈຸນໍ້າມັນ 9.000 ລິດ ຈໍານວນ 1, ເຄື່ອງກອງນໍ້າມັນ 3 ເຄື່ອງ, ຖັງນໍ້າມັນເປົ່າ 5 ຖັງ ແລະ ປໍ້າລົມ 1 ເຄື່ອງ ລວມມູນຄ່າເສຍຫາຍ 1.700.000.000 ກີບ, ສາເຫດແມ່ນເກີດຈາກພະນັກງານປ່ອຍນໍ້າມັນລົງ ແຕ່ບໍ່ໄດ້ໃສ່ສາຍດິນ ຈຶ່ງເກີດປະກາຍໄຟຂຶ້ນ.

ເຫດໄຟໄໝ້ທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ

ອັນດັບທີ 1. ເຫດໄຟໄໝ້ຂີ້ເຫຍື້ອ ຢູ່ສູນບໍາບັດຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງລະດົມມອດໄຟ ໃຊ້ລົດເຂົ້າມອດໄຟໃນແຕ່ລະວັນຈໍານວນ 30 ຄັນ; ສະເພາະຂອງ ປກສ ຈໍານວນ 15 ຄັນ ໃຊ້ເວລາມອດໄຟທັງໝົດ 15 ມື້ ຈຶ່ງສາມາດສະກັດກັ້ນໄຟບໍ່ໃຫ້ລຸກລາມໄປບ່ອນອື່ນໄດ້ ຄິດໄລ່ເປັນເງິນທີ່ນໍາໃຊ້ເຂົ້າໃນການມອດໄຟທັງໝົດ 400.000.000 ກີບ ແລະ ສົ່ງຜົນກະທົບເຮັດໃຫ້ມີຄວັນ ແລະ ກິ່ນຂິວ ທີ່ປົກຄຸມຢູ່ຈໍານວນ 11 ບ້ານ ຄື: ບ້ານໜອງບົວ, ໂຄກສາ, ນາຝາຍ, ແສນອຸດົມ, ນາພອກ, ໄຜ່ລ້ອມ, ສ້າງຄອມ, ດຸ່ນອຽນ, ສົມສະໄໝ, ນາທາມ ແລະ ບ້ານດອນໄຮ່, ສ່ວນມູນຄ່າເສຍຫາຍດ້ານອື່ນໆ ແມ່ນບໍ່ສາມາດຄິດໄລ່ໄດ້.