ທ່ານ ປອ ໄຊສົມພອນ ພົມວິຫານ ພ້ອມຄະນະ ໃຫ້ການຕ້ອນຮັບ ທ່ານ ຟາມວັນເຈືອງ ພ້ອມຄະນະ

ໃນວັນທີ 25 ທັນວາຜ່ານມາ, ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟາມວັນເຈືອງ ຮອງປະທານຄະນະສັນຕິພາບ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 24-28 ທັນວາ 2018.

ຮັດແໜ້ນສາຍພົວພັນມິດຕະພາບ ລາວ – ຫວຽດນາມ

ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ຂອງ ຄະນະຜູ້ແທນສັນຕິພາບ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນ ສູນກາງແນວລາວສ້າງຊາດ ແລະ ຄະນະສັນຕິພາບ ສສ ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ; ພ້ອມທັງຫວັງວ່າ ໃນຕໍ່ໜ້າທັງສອງຝ່າຍ ຈະໄດ້ປະສານສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ໃຫ້ມີຜົນສໍາເລັດ.

ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສັນຕິພາບ ສສ ຫວຽດນາມ ຢ່າງອົບອຸ່ນ

ທ່ານ ຟາມວັນເຈືອງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນຂີດໝາຍອັນດີໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືແບບພິເສດຂອງສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.