ພົທ ວິໄລ ຫຼ້າຄຳຟອງ ເນັ້ນຫ້ອງວ່າການກະຊວງ ຍົກສູງຄວາມຮັບຜິດຊອບເປັນ ເສນາທິການ

0
4206
ຫ້ອງວ່າການກະຊວງ

ວັນທີ 26 ທັນວາ 2018, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ໄດ້ພົບປະໂອ້ລົມຕໍ່ ຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງກົມ, ຫ້ອງ ຕະຫຼອດພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງ ປກສ ໂດຍເນັ້ນໃຫ້ທຸກສະຫາຍເອົາໃຈໃສ່ປະຕິບັດວຽກງານທີ່ຮັບຜິດຊອບໃຫ້ຫຼ້ອນໜ້າທີ່ ແລະ ມີຜົນສຳເລັດ ໂດຍສະເພາະແມ່ນຍົກສູງຄວາມຮັບຜິດຊອບໃນການເປັນເສນາທິການ ຊ່ວຍການນຳແຕ່ລະຂັ້ນໃນການປະຕິບັດໜ້າທີ່ ເພື່ອເຮັດໃຫ້ການຕົກລົງ ແລະ ແກ້ໄຂບັນຫາຕ່າງໆ ມີຄວາມຖືກຕ້ອງ.

ທ່ານໄດ້ກ່າວເນັ້ນວ່າ:

ພົທ ວິໄລ ຫຼ້າຄຳຟອງ ກ່າວເນັ້ນເປັນພິເສດ

ຖ້າຫາກຕ້ອງການເປັນເສນາທິການທີ່ດີໄດ້ ກ່ອນອື່ນໝົດ ບັນດາສະຫາຍໃນຄະນະນຳຂອງ ຫ້ອງວ່າການກະຊວງ ປກສ ຕ້ອງເອົາໃຈໃສ່ກໍ່ສ້າງສະມາຊິກພັກ, ພະນັກງານໃຫ້ມີຄວາມຮູ້, ມີຄວາມສາມາດໃນການຄົ້ນຄວ້າສັງລວມ ແລະ ກັ່ນຕອງບັນຫາຕ່າງໆຢ່າງລະອຽດເລິກເຊິ່ງ ແລະ ຖີ່ຖ້ວນ, ໃຫ້ຂໍ້ຄິດເຫັນ ແລະ ທັດສະນະຕໍ່ການແກ້ໄຂບັນຫາຢ່າງຖືກຕ້ອງ ແລະ ສອດຄ່ອງ ເພື່ອຍົກສູງຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍການນຳ

ບັນດາ ຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງກົມ, ຫ້ອງ ຕະຫຼອດພະນັກງານ-ນັກຮົບ ຫ້ອງວ່າການກະຊວງ

ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ຂອງການນຳແຕ່ລະຂັ້ນ ໂດຍສະເພາະ ຄະນະລັດຖະມົນຕີກະຊວງ ໃນການຕົກລົງ ແລະ ແກ້ໄຂບັນຫາໃຫ້ຖືກຕ້ອງ ເນື່ອງຈາກວ່າ ການນຳແຕ່ລະຂັ້ນ ແມ່ນອີງໃສ່ຄວາມຊຳນິຊຳນານງານຂອງພະນັກງານພາຍໃນຫ້ອງວ່າການ

ພົຈວ ສີສະຫວາດ ແກ້ວມາລາວົງ

ແຕ່ລະສະຫາຍ ທີ່ຕ້ອງໄດ້ຍົກສູງສະຕິເປັນເຈົ້າຕົນເອງໃນການຄົ້ນຄວ້າ, ກຳແນວທາງນະໂຍບາຍຂອງພັກ ໃຫ້ແໜ້ນ ລວມທັງຄວາມຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຊີ ຫຼື ກຳໃຫ້ແໜ້ນສະພາບການຂອງໂລກໃນປັດຈຸບັນ ແຕ່ລະໄລຍະວ່າ ມີການຜັນແປໄປແນວໃດ ເພື່ອນຳມາຈັດຕັ້ງຜັນຂະຫຍາຍໃນການປະຕິບັດໜ້າທີ່ເປັນເສນາທິການ ໃຫ້ຖືກຕ້ອງສອດຄ່ອງກັບສະພາບ ໃນປັດຈຸບັນ.

ພົຈວ ສົມວັນ ສາຍລ້ອງພາ

ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງ ປກສ ຍັງຮຽກຮ້ອງໃຫ້ບັນດາສະຫາຍພາຍໃນ ຫ້ອງວ່າການກະຊວງ ປັບປຸງແບບແຜນວິທີເຮັດວຽກ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢູ່ໃນຫ້ອງວ່າການ ໂດຍຖືເອົາແນວຄິດອັນໃໝ່ ຈິນຕະນາການອັນໃໝ່ ແກ້ໄຂບັນຫາຂໍ້ຄົງຄ້າງບັນຫາຊັກຊ້າ ບັນຫາທີ່ກົດໜ່ວງທ່ວງດຶງການເຮັດໜ້າທີ່ວິຊາສະເພາະ ແລະ ໃຫ້ເບິ່ງຄືນບັນດາພະນັກງານຈຳນວນໜຶ່ງທີ່ຍັງຄົງຄ້າງ ເພື່ອໃຫ້ເຂົາເຈົ້າໄດ້ຮັບໂອກາດຍົກລະດັບຄວາມຮູ້-ຄວາມສາມາດ ກ່ຽວກັບ ໜ້າວຽກ ເພື່ອມາໝູນໃຊ້ເຂົ້າໃນວຽກງານ ແນໃສ່ຮັບປະກັນໃຫ້ການເຮັດວຽກງານ ມີປະສິດທິຜົນຍິ່ງຂຶ້ນ.

ທ່ານລັດຖະມົນຕີກະຊວງ ປກສ ກ່າວຮຽກຮ້ອງບັນດາສະຫາຍພາບໃນຫ້ອງວ່າການ ປັບປຸງແບບແຜນວິທີເຮັດວຽກ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ