ພົຕ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

ວິທະຍາຄານພະລາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ເປີດຊຸດອົບຮົມກໍ່ສ້າງນາຍທະຫານພະລາທິການ ສົກຮຽນ 2018-2019 ໃນວັນທີ 31 ສິງຫາ 2018, ເຂົ້າຮ່ວມໂດຍ ພົຕ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ ຈາກບັນດາກົມໃຫຍ່ກະຊວງປ້ອງກັນປະເທດ ແລະ ກະຊວງ ປກສ, ຄະນະອຳນວຍການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ຊຸດອົບຮົມກໍ່ສ້າງນາຍທະຫານພະລາທິການ ສົກຮຽນ 2018-2019

ພັທ ສອນພັນ ສຸວົງໄຊ ຮອງຜູ້ອຳນວຍການ ວິທະຍາຄານພະລາທິການກອງທັບ ກະຊວງປ້ອງກັນປະເທດ ກ່າວວ່າ: ການເປີດອົບຮົມຄັ້ງນີ້ ເພື່ອເປັນການປັບປຸງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດດ້ານວິຊາສະເພາະຂອງແຕ່ລະຂະແໜງການ ໃນຂົງເຂດວຽກງານພະລາທິການ ເພື່ອຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ; ໃນນີ້, ປະກອບມີ 8 ສາຂາວິຊາ, 4 ລະບົບ ຄື: ລະບົບກໍ່ສ້າງປະລິນຍາຕີ 4 ປີ ມີ 2 ສາຂາ ຄື: ສາຂາວິຊາເສນາທິການ ແລະ ສາຂາວິຊາອຸປະໂພກ-ບໍລິໂພກ ມີທັງໝົດ 150 ໜ່ວຍກິດ; ກໍ່ສ້າງຊັ້ນກາງ 2 ປີ ມີ 5 ສາຂາ ຄື: ສາຂາວິຊາຂົນສົ່ງ, ເຄຫາ, ກະສິກຳ, ເຊື້ອໄຟ ແລະ ສາຂາວິຊາປຸງແຕ່ງ ມີ 76 ໜ່ວຍກິດ; ກໍ່ສ້າງຊັ້ນສູງ 1 ປີ ມີ 3 ສາຂາ ຄື: ສາຂາເສນາພະລາ, ອຸປະໂພກ-ບໍລິໂພກ ແລະ ສາຂາວິຊາການເງິນ ມີ 76 ໜ່ວຍກິດ ແລະ ລະບົບບຳລຸງ 5 ເດືອນ ມີສາຂາວິຊາເສນາພະລາ ມີ 40 ໜ່ວຍກິດ ໂດຍມີນັກຮຽນ-ນັກສຶກສາ ທັງໝົດ 511 ສະຫາຍ.

ໂອກາດດຽວກັນ, ພົຕ ພູວົງ ວົງພົມ ໄດ້ຮຽກຮ້ອງໃຫ້ຄະນະອຳນວຍການ ແລະ ບັນດາຄູ-ອາຈານ ຈົ່ງເພີ່ມທະວີເອົາໃຈໃສ່ຕັ້ງໜ້າສິດສອນໃຫ້ຖືກຕ້ອງຕາມຫຼັກສູດການຮຽນ-ການສອນ ທີ່ຂັ້ນເທິງວາງອອກ ໃຫ້ມີຜົນສຳເລັດ; ການສິດສອນຕ້ອງມີຫຼາຍຮູບແບບ, ວິທີການສອນ ເພື່ອເຮັດໃຫ້ນັກສຶກສາມີຄວາມເຂົ້າໃຈງ່າຍ ທັງຮັບປະກັນຄຸນນະພາບ; ສ່ວນນັກຮຽນ-ນັກສຶກສາທຸກສະຫາຍ ຈົ່ງພ້ອມກັນສຶກສາຄົ້ນຄວ້າຮໍ່າຮຽນ ແລະ ປະຕິບັດກົດລະບຽບຢ່າງເຂັ້ມງວດ ເປັນຕົ້ນແມ່ນ ປະຕິບັດໂມງເວລາການຂຶ້ນຫ້ອງ-ລົງຫ້ອງ, ທັງມີການປຶກສາຫາລື ແລະ ປະສານສົມທັບກັບຄູ-ອາຈານ ຕໍ່ກັບການຮຽນຂອງຕົນ ແນໃສ່ເຮັດໃຫ້ຕົນເອງມີການພັດທະນາທາງດ້ານການສຶກສາ ແລະ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງວຽກງານການເມືອງໃນຕໍ່ໜ້າ.