ວັນທີ 30 ສິງຫາ 2018, ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ນຳເອົາເງິນຈໍານວນ 50.000.000 ກີບ ມອບໃຫ້ຫ້ອງວ່າການແຂວງສະຫວັນນະເຂດ ເພື່ອນຳໄປມອບຕໍ່ໃຫ້ແກ່ປະຊາຊົນທົ່ວແຂວງສະຫວັນນະເຂດ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນລະຫວ່າງເດືອນກໍລະກົດ 2018, ຕາງໜ້າກ່າວຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າເເຂວງໆສະຫວັນນະເຂດ.

ເຫດການນ້ຳຖ້ວມໃນຄັ້ງນີ້ໄດ້ເຮັດໃຫ້ເນື້ອທີ່ທຳການຜະລິດ, ສັດລ້ຽງ ແລະ ບ້ານເຮືອນຂອງປະຊາຊົນໃນທົ່ວແຂວງສະຫວັນນະເຂດ ເສຍຫາຍເປັນຈໍານວນຫຼວງຫຼາຍ ເຊິ່ງເງິນຈໍານວນດັ່ງກ່າວທີ່ ປກສ ແຂວງມອບໃຫ້ແມ່ນຈະນຳໄປສົມທົບທຶນກັບຫ້ອງວ່າການເເຂວງ ນຳໄປຊື້ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ເປັນຕົ້ນ: ເຄື່ອງນຸ່ງຫົ່ມ, ນ້ຳດື່ມ, ຈັກດູດນ້ຳ, ເຮືອ, ຈັກປັ່ນເຂົ້າ ແລະ ອຸປະກອນຮັບໃຊ້ຕ່າງໆທີ່ຈຳເປັນໃນຊີວິດປະຈຳວັນໃຫ້ແກ່ພໍ່-ເເມ່ປະຊາຊົນທີ່ຖືກຜົນກະທົບນ້ຳຖ້ວມໃນຄັ້ງນີ້ໃຫ້ໄດ້ຮັບການຟື້ນຟູໂດຍໄວ.