ອາທິດແລ້ວນີ້, ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມການສໍາມະນາແລກປ່ຽນບົດຮຽນວຽກງານສະຖິຕິການເງິນ-ເງິນຕາ ໂດຍມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໆໄຊຍະບູລີ, ທ່ານ ບຸນລ້ອມ ພົງຈະເລີນ ຮອງ ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ, ມີຜູ້ແທນຈາກພະແນກການອ້ອມຂ້າງ ແລະ ບັນດາທະນາຄານທຸລະກິດພາກ ເຂົ້າຮ່ວມ.

ໃນການສໍາມະນາຄັ້ງນີ້, ຜູ້ແທນຈາກພະແນກການອ້ອມຂ້າງ ແລະ ບັນດາທະນາຄານທຸລະກິດພາກພາຍໃນແຂວງ ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດການເກັບກໍາສະຖິຕິເສດຖະກິດມະຫາພາກ, ການສະຫຼຸບສັງລວມແຜນພັດທະນາ ເສດຖະກິດ 5 ປີ.

ຈາກນັ້ນ, ທ່ານ ບຸນລ້ອມ ພົງຈະເລີນ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ກໍ່ໄດ້ລາຍງານໃຫ້ຮູ້ວ່າ: ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ເກັບກໍາຂໍ້ມູນກ່ຽວກັບ ເສດຖະກິດຈໍານວນໜຶ່ງແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີພື້ນຖານເສດຖະກິດດີ ອັດຕາຂະຫຍາຍຕົວຂອງເສດຖະກິດ 8,5%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 8.234 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 2.596 ໂດລາສະຫະລັດ ຄາດຄະເນພົນລະເມືອງທົ່ວແຂວງ 396.529 ຄົນ ອັດຕາເງິນເຟີ້ສະເລ່ຍ 0,97%; ໃນນັ້ນ, ຂົງເຂດກະສິກໍາ ກວມອັດຕາສ່ວນ 36, 50%, ອຸດສາຫະກໍາ ກວມ 35,50% ແລະ ການບໍລິການ ກວມ 28% ຂອງ GDP. ສົ່ງອອກສິນຄ້າທັງໝົດ 242,80 ຕື້ກີບ ແລະ ນໍາເຂົ້າສິນຄ້າ 431,84 ຕື້ກີບ. ສາມາດເກັບລາຍຮັບເຂົ້າງົບ ປະມານ 223,99 ຕື້ກີບ ແລະ ປະຕິບັດລາຍຈ່າຍງົບປະມານ 537,13 ຕື້ກີບ. ມີການລົງທຶນທັງໝົດ 325,95 ຕື້ກີບ, ໃນນັ້ນ ການລົງທຶນຂອງລັດ 82,23 ຕື້ກີບ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 79,26 ຕື້ກີບ ແລະ ການຊ່ວຍເຫຼືອລ້າ ແລະ ກູ້ຢືມ 164,46 ຕື້ກີບ. ທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງຫຼວງພະບາງ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາການເຄື່ອນໄຫວຂອງລະບົບການເງິນ-ເງິນຕາພາຍໃນ ແລະ ຕ່າງປະເທດໃຫ້ຄ່ອງຕົວ ແລະ ຮັກສາສະຖຽນລະພາບຂອງຄ່າເງິນກີບໃຫ້ໝັ້ນທ່ຽງ.

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານສະຖິຕິ, ກົດໝາຍສະຖິຕິ (ສະບັບປັບປຸງ), ຂັ້ນຕອນການສັງລວມສະຖິຕິຂອງສູນສະຖິຕິປະຈໍາແຂວງ ແລະ ໄດ້ພ້ອມກັນປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນ, ຍົກຫົວຂໍ້ ເພື່ອມາປັບປຸງແກ້ໄຂວິທີການເກັບກໍາສັງລວມ ແລະ ການຂຽນລາຍງານເສດຖະກິດ, ການນໍາໃຊ້ຂໍ້ມູນທີ່ໄດ້ເກັບກໍາຈາກພະແນກການອ້ອມຂ້າງແຂວງ ເພື່ອວິເຄາະ ແລະ ໝູນໃຊ້ເຂົ້າໃນວຽກງານການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ບົດລາຍງານສະພາບການລົງທຶນຂອງນັກລົງທຶນພາຍໃນ, ຫຼັກການໃນການອະນຸຍາດການລົງທຶນຈາກຕ່າງປະເທດ, ຂັ້ນຕອນ ແລະ ວິທີການຢັ້ງຢືນການນໍາເຂົ້າທຶນຂອງນັກລົງທຶນຕ່າງປະເທດໃຫ້ໄດ້ຮັບຜົນສໍາເລັດ.