ພາລະກິດເລັ່ງຄົ້ນຫາຜູ້ເສຍຊີວິດຈາກຜົນກະທົບຄູກັ້ນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຂອງກໍາລັງທະຫານ, ຕໍາຫຼວດ ແລະ ກູ້ໄຟ ມາຮອດວັນທີ 1 ສິງຫາ 2018 ພົບຜູ້ເສຍຊີວິດອີກ 2 ສົບ ລວມຜູ້ເສຍຊີວິດທີ່ເຫັນແລ້ວ 13 ສົບ.

ພົຕ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບ ຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຖະແຫຼງໃນວັນທີ 1 ສິງຫາ 2018 ວ່າ:

ຜ່ານການປະຕິບັດງານຄົ້ນຫາຜູ້ເສຍຊີວິດຈາກເຫດການອຸບັດຕິເຫດຄູກັ້ນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ມາຮອດວັນທີ 1 ສິງຫາ 2018 ສາມາດຄົ້ນພົບຜູ້ເສຍຊີວິດເພີ່ມອີກ 2 ຄົນ ຄື: ສົບທີ 1 ຄົ້ນພົບເວລາ 20 ໂມງຂອງວັນທີ 31 ກໍລະກົດ ເປັນຜູ້ໃຫຍ່ ແລະ ສົບທີ 2 ຄົ້ນພົບໃນວັນທີ 1 ສິງຫາ 2018 ເປັນເດັກນ້ອຍ ທັງສອງສົບພົບເຫັນຢູ່ບ້ານຫີນລາດ ລວມສົບທີ່ຄົ້ນເຫັນນັບແຕ່ມື້ເກີດເຫດທັງໝົດ 13 ສົບ.

ພົຕ ຄໍາລຽງ ອຸທະໄກສອນ ກ່າວວ່າ: ກໍາລັງທະຫານ, ຕໍາຫຼວດ ແລະ ກູ້ໄພ ທັງພາຍໃນ ແລະ ຕ່າງປະເທດ ສຸມໃສ່ສືບຕໍ່ຄົ້ນຫາ ໂດຍເລັ່ງໃສ່ບ້ານທີ່ໄດ້ຜົນກະທົບໜັກຈໍານວນ 6 ບ້ານ ເຊິ່ງການເຂົ້າຫາພື້ນທີ່ບ້ານດັ່ງກ່າວ ແມ່ນໄດ້ຍ່າງເຂົ້າໄປຂ້ອນຂ້າງລໍາບາກ ຍັງບໍ່ສາມາດນໍາໃຊ້ເຄື່ອງກົນຈັກເຂົ້າຊ່ວຍໄດ້ ເນື່ອງຈາກມີຂີ້ຕົມເລິກປະມານ 1-2 ເເມັດ ແລະ ໄມ້ໃຫຍ່ທັບຖົມກັນເປັນຈໍານວນຫຼາຍ ບາງບ່ອນກໍມີນໍ້າໄຫຼເຊາະຢູ່ ບາງບ່ອນກໍມີແຕ່ຂີ້ຕົມ ເຮັດໃຫ້ການເຂົ້າເຖິງພື້ນທີ່ຂ້ອນຂ້າງຫຍຸ້ງຍາກອີ່ຫຼີ ແຕ່ເຈົ້າໜ້າທີ່ກໍບໍ່ລົດລະຄວາມພະຍາຍາມ.