ໜ້າຫຼັກ Tags ເມືອງສະໜາມໄຊ

Tag: ເມືອງສະໜາມໄຊ

ຄວາມຄືບໜ້າການແກ້ໄຂໄພພິບັດໃນທົ່ວ ແລະ ສະເພາະ ເມືອງສະໜາມໄຊ

ໃນວັນທີ 15 ຕຸລາ 2018, ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຖະແຫຼງຄວາມຄືບໜ້າໃນການແກ້ໄຂໄພພິບັດໃນທົ່ວປະເທດ ແລະ ສະເພາະ ເມືອງສະໜາມໄຊ ແຂວງອັດຕະປື; ປັດຈຸບັນໄດ້ກໍ່ສ້າງເຮືອນພັກຊົ່ວຄາວ ຈໍານວນ 400 ກວ່າຫ້ອງ, ສະໜອງເງິນ 5.000 ກີບຕໍ່ຄົນຕໍ່ມື້, ເບີກເຂົ້າສານ 20 ກິໂລກຼາມຕໍ່ຄົນຕໍ່ເດືອນ. ນອກນີ້, ໄດ້ເພີ່ມຈາກຄອບຄົວລະ...

ຮອງນາຍົກ ລົງຢ້ຽມຢາມປະຊາຊົນ ເມືອງສະໜາມໄຊ

ໃນວັນທີ 3 ຕຸລາ 2018, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນປະທານຄະນະຮັບຜິດຊອບສືບສວນ-ສອບສວນ ສາເຫດຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ຜູ້ຊີ້ນໍາຄະນະກວດກາຄວາມຮັບຜິດຊອບຂອງບຸກຄົນ ທີ່ຕິດພັນກັບສາເຫດ ເຮັດໃຫ້ຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ...

ຝົນຕົກແຮງຕິດຕໍ່ກັນຫຼາຍມື້ ພາລະກິດຄົ້ນຫາຜູ້ສູນຫາຍ ຕ້ອງຢຸດເຊົາຊົ່ວຄາວ

ວັນທີ 15 ສິງຫານີ້, ທີ່ເມືອງສະໜາມໄຊ ແຂວງອັດຕະປື ມີຝົນຕົກໜັກແຮງຢ່າງຕໍ່ເນື່ອງ ຍ້ອນໄດ້ຮັບຜົນກະທົບຈາກອິດທິພົນຂອງພາຍຸ ເບີບິນກາ ສົ່ງຜົນໃຫ້ນໍ້າຖ້ວມເທດສະບານເມືອງສະໜາມໄຊ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມລຳບາກ ແລະ ເຮັດໃຫ້ພາລະກິດການຊອກຄົ້ນຫາຜູ້ສູນຫາຍ ກໍມີຄວາມຫຍຸ້ງຍາກ ຕ້ອງໄດ້ຢຸດການປະຕິບັດພາລະກິດການຊອກຫາຜູ້ສູນຫາຍຊົ່ວຄາວ. ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ໄດ້ຖະແຫຼງຄວາມຄືບໜ້າການປະຕິບັດພາລະກິດການຊອກຫາຜູ້ສູນຫາຍ ໃຫ້ຮູ້ວ່າ: ຜ່ານການປະຕິບັດວຽກງານຕົວຈິງ ມາຮອດວັນທີ 15 ສິງຫານີ້...

ສາທາ ເຝົ້າລະວັງໄພພະຍາດຕິດຕໍ່ ທີ່ສູນອົບພະຍົບຊົ່ວຄາວ ເມືອງສະໜາມໄຊ

ຫ້ອງການສາທາລະນະສຸກ ເມືອງສະໜາມໄຊ ຮ່ວມກັບ ພະແນກສາທາລະນະສຸກ ແຂວງອັດຕະປື ແລະ ກະຊວງສາທາລະນະສຸກ, ພ້ອມກັບທີມແພດຈາກປະເທດເພື່ອນບ້ານ ແລະ ເພື່ອນມິດສາກົນ ເປັນຕົ້ນແມ່ນທີມແພດ ຈາກ ສ ເກົາຫຼີ ໄດ້ພ້ອມກັນເຝົ້າຕິດຕາມ ແລະ ກຽມຄວາມພ້ອມສະກັດກັ້ນ ແລະ ກັນພະຍາດທີ່ອາດຈະລະບາດໃນສູນອົບພະຍົບຊົ່ວຄາວ ຕໍ່ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນພະຍາດໄຂ້ຍຸງລາຍ, ຖອກທ້ອງ ແລະ ພະຍາດອື່ນໆທີ່ມາກັບນ້ຳ. ທ່ານ...

ໜ່ວຍກູ້ໄພ 1623 ມອບເຄື່ອງໃຊ້ຊີວິດປະຈຳວັນ ໃຫ້ຜູ້ປະສົບໄພນໍ້າຖ້ວມ

ໃນວັນທີ 13 ສິງຫາ 2018, ໜ່ວຍກູ້ໄພ 1623 ຂອງມູນລະນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ ໄດ້ມອບເຄື່ອງໃຊ້ຊີວິດປະຈຳວັນ ໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄຟນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 16.000.000 ກີບ ຕາງໜ້າຮັບໂດຍ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ...

ປກສ ແຂວງອັດຕະປື ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

ວັນທີ 9 ສິງຫາຜ່ານມານີ້, ກອງບັນຊາການ ປກສ ແຂວງອັດຕະປື ນຳໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າ ກອງບັນຊາການ ປກສ ແຂວງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ຄະນະນຳຂອງແຂວງ ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ຕາງໜ້າຮັບໂດຍ ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ ປະທານກວດກາແຂວງອັດຕະປື ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ເນື່ອງຈາກຄູກັ້ນນໍ້າເຂື່ອນເຊປຽນ-ເຊນ້ຳນ້ອຍ...

ຄວາມຄືບໜ້າການກູ້ໄພ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ເມືອງສະໜາມໄຊ

ຄະນະພາກສະໜາມຟື້ນຟູ ແລະ ແກ້ໄຂໄພພິບັດຢູ່ແຂວງອັດຕະປື ໄດ້ຖະແຫຼງຂ່າວຄວາມຄືບໜ້າຂອງການປະຕິບັດພາລະກິດກູ້ໄພ ໃນວັນທີ 13 ສິງຫາຜ່ານມາວ່າ: ພາລະກິດການຊອກຫາຜູ້ສູນຫາຍ, ຜູ້ເສຍຊີວິດ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກ ເນື່ອງຈາກນໍ້າໃນເຊປຽນເພີ່ມຂຶ້ນ, ມີຂີ້ຕົມສູງ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຊອກຄົ້ນຫາ; ນັບແຕ່ມື້ເກີດເຫດຫາວັນທີ 13 ສິງຫາ ພົບຜູ້ເສຍຊີວິດແລ້ວ 39 ຄົນ. ສ່ວນການເບິ່ງແຍງ, ການຊ່ວຍເຫຼືອ ແລະ...

ເຈົ້າໜ້າທີ່ວັງເຕົ່າ-ຊ່ອງເມັກ ອອກແຮງຊ່ວຍເຫຼືອນໍ້າຖ້ວມສະໝາມໄຊ

ນັບແຕ່ມື້ເກີດເຫດການໄພພິບັດຄັ້ງຮ້າຍແຮງ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ທາງເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ພາສີປະຈຳຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ໄດ້ເອົາໃຈໃສ່ອຳນວຍຄວາມສະດວກທຸກຢ່າງໃຫ້ທຸກພາກສ່ວນທີ່ເຂົ້າມາຊ່ວຍເຫຼືອຄັ້ງນີ້; ເປັນຕົ້ນຍົກເວັ້ນຄ່າທຳນຽມເຄື່ອງ, ພາຫະນະ ແລະ ບຸກຄົນທີ່ເຂົ້າມາຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງ ອັດຕຕະປື ມີ 200 ກວ່າທີມງານ ແລະ 2.000 ກວ່າຄົນ. ພັຕ ຄຳໝານ ໃຊກອງພັນ ຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນວັງເຕົ່າ-ຊ່ອງເມັກ...

ແຂວງຫົວພັນ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ເມືອງສະໜາມໄຊ

ແຂວງຫົວພັນ ໄດ້ຈັດພິທີລະດົມທຶນ ແລະ ຕັກບາດ ເພື່ອຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 4 ສິງຫາ 2018 ເປັນປະທານໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ມີຄະນະພັກ-ຄະນະນໍາແຂວງ, ພະນັກງານຫຼັກແຫຼ່ງ. ທ່ານ ວັນໄຊ ແພງຊຸມມາ ກ່າວວ່າ: ພວກເຮົາຊຸມນຸມກັນມື້ນີ້ ກໍເພື່ອລະດົມທຶນໄປຊ່ວຍບັນດາແຂວງຂອງ ສປປ...

ສຍລ ລະດົມນໍ້າໃຈຊ່ວຍເຫຼືອໄພນໍ້າຖ້ວມ ທີ່ອັດຕະປື ໄດ້ເກືອບ 800 ລ້ານ

ສູນກາງສະຫະພັນແມ່ຍິງລາວ (ສຍລ) ໄດ້ລະດົມນໍ້າໃຈຈາກເອື້ອຍນ້ອງແມ່ຍິງພາຍໃນ ແລະ ພາກສ່ວນຕ່າງໆ ເປັນເຄື່ອງໃຊ້ຊິວິດປະຈໍາວັນ ແລະ ເງິນໄດ້ເກືອບ 800 ລ້ານກີບ ເພື່ອໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບອຸທົກກະໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ທ່ານ ປອ ນາງ ອິນດາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງແມ່ຍິງລາວ ໄດ້ຖະແຫຼງຕໍ່ສືມວນຊົນໃນວັນທີ 7 ສິງຫາ 2018 ວ່າ:...