ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ

ໃນວັນທີ 15 ຕຸລາ 2018, ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຖະແຫຼງຄວາມຄືບໜ້າໃນການແກ້ໄຂໄພພິບັດໃນທົ່ວປະເທດ ແລະ ສະເພາະ ເມືອງສະໜາມໄຊ ແຂວງອັດຕະປື; ປັດຈຸບັນໄດ້ກໍ່ສ້າງເຮືອນພັກຊົ່ວຄາວ ຈໍານວນ 400 ກວ່າຫ້ອງ, ສະໜອງເງິນ 5.000 ກີບຕໍ່ຄົນຕໍ່ມື້, ເບີກເຂົ້າສານ 20 ກິໂລກຼາມຕໍ່ຄົນຕໍ່ເດືອນ. ນອກນີ້, ໄດ້ເພີ່ມຈາກຄອບຄົວລະ 500.000 ກີບຕໍ່ເຮືອນ, ມາເປັນ 100.000 ກີບຕໍ່ຫົວຄົນຕໍ່ເດືອນ ແລະ ຊ່ວຍເຫຼືອອື່ນໆ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ຖະແຫຼງວ່າ: 

ໃນຂອບເຂດທົ່ວປະເທດໄດ້ຮັບຜົນກະທົບຈາກໄພພິບັດ ຈໍານວນ 17 ແຂວງ ແລະ 1 ນະຄອນຫຼວງ ກວມເອົາ 116 ເມືອງ, ມີ 2.442 ບ້ານ, 133.405 ຄອບຄົວ, 648.605 ຄົນ ເສຍຊີວິດ 65 ຄົນ. ໃນນີ້, ແຂວງອັດຕະປື ມີຜູ້ເສຍຊີວິດ 40 ສົບ ແລະ ຫຼວງພະບາງ 3 ສົບ, ສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໄສຂອງປະຊາຊົນ 12.591.135.800 ກີບ, ດ້ານໂຍທາທິການ ແລະ ຂົນສົ່ງ 1.188.049.751.167 ກີບ, ດ້ານກະສິກໍາ ແລະ ປ່າໄມ້ 1.128.133.644.500 ກີບ ແລະ ດ້ານໄຟຟ້າ 27.330.890.908 ກີບ. ມາຮອດປັດຈຸບັນ ແມ່ນມີອົງການພາກລັດ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ບັນດາທະນາຄານ, ບໍລິສັດ, ຫ້າງຮ້ານ ແລະ ມູນນິທິຕ່າງໆ 2.222 ພາກສ່ວນ ໃນນັ້ນຜ່ານກະຊວງແຮງງານ, ສະຫວັດດີການ ແລະ ສັງຄົມ ຈໍານວນເງິນ 20.131.098.403,90 ກີບ, 85.046.079.04 ບາດ ແລະ 13.618.951,76 ໂດລາສະຫະລັດ.

ສະເພາະໃນແຂວງອັດຕະປື ໄດ້ຮັບການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດເປັນເງິນ 52.591.051.581 ກີບ, ເຂົ້າສານ 706,95 ໂຕນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 70.633.197.146 ກີບ ແລະ ການຊ່ວຍເຫຼືອຈາກບໍລິສັດຜູ້ພັດທະນາໂຄງການ ເຊັ່ນ: ບໍລິສັດເຊປຽນ-ເຊນໍ້ານ້ອຍ ( PNPC ) ສ້າງເຮືອນພັກຊົ່ວຄາວໄດ້ ແລະ ຮ່ວມກັບພາກສ່ວນອື່ນ ຈໍານວນ 446 ຫ້ອງ ແລະ ຫ້ອງນໍ້າ 5 ຫຼັງ ມູນຄ່າປະມານ 2.800.000 ໂດລາສະຫະລັດ; ພ້ອມນັ້ນ, ຍັງໄດ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຢ່າງເຕັມທີ່ ໃນແຕ່ລະໄລຍະ ແລະ ໃນແຕ່ລະມື້ ແມ່ນຈະສະໜອງເງິນອັດຕາກິນໃຫ້ 5.000 ກີບຕໍ່ມືຕໍ່ 1 ຄົນ, ເຂົ້າສານ 20 ກິໂລກຼາມຕໍ່ຄົນຕໍ່ເດືອນ ແລະ ມາເດືອນສິງຫາ ໃຫ້ຄອບຄົວລະ 500.000 ກີບ, ມາເດືອນກັນຍາ ຈ່າຍ 100.000 ກີບຕໍ່ຄົນຕໍ່ເດືອນ.

ທ່ານ ສອນໄຊ ສີພັນດອນ ຖະແຫຼງການຄວາມຄືບໜ້າໄພພິບັດ ເມືອງສະໜາມໄຊ

ນອກນີ້, ໃນຕໍ່ໜ້າ ລັດຖະບານຈະໄດ້ຄົ້ນຄວ້າ ແລະ ພິຈາລະນາໃນກອງປະຊຸມລັດຖະມົນຕີເປີດກວ້າງ ເພື່ອມອບໃຫ້ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າບັນຫານະໂຍບາຍຕ່າງໆຊ່ວຍຜູ້ປະສົໄພ ເປັນ 3 ໄລຍະ ຄື: ໄລຍະສັ້ນ ແມ່ນສຸມໃສ່ສ້ອມແປງເສັ້ນທາງ, ແປງຂົວ, ປະສານກັບ PNPC ແລະ SK ໃນການອອກແບບຜັງບ້ານ ແລະ ທີ່ພັກຊົ່ວຄາວ; ຮັກສາຄວາມສະຫງົບປອດໄພ, ໄລຍະການກໍານົດສະຖານທີ່ຈັດສັນຊົ່ວຄາວ ແລະ ສະຖານທີ່ຕັ້ງບ້ານຖາວອນໃຫ້ແກ່ປະຊາຊົນ, ດໍາເນີນການສໍາຫຼວດ-ອອກແບບແຜນພັດທະນາບ້ານໃໝ່ ຢູ່ 4 ຈຸດໃຫ້ສໍາເລັດໂດຍໄວ ເພື່ອວາງແຜນພັດທະນາໃຫ້ເປັນລະບົບຄົບຊຸດ ແລະ ຈັດສັນການທໍາການຜະລິດ.