ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ( ນວ ) ຮ່ວມກັບໜ່ວຍງານຄວບຄຸມຄວາມປອດໄພທາງຖະໜົນ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ໂຄສະ ນາປູກຈິດສໍານຶກດ້ານຄວາມປອດໄພໃນການຂັບຂີ່ຍານພາຫະນະໃຫ້ນັກຮຽນ ໂຮງຮຽນມັດ ທະຍົມສົມບູນ ( ມສ ) ດອນໜູນ ແລະ ມສ ໂຄກສີວິໄລ ເມືອງໄຊທານີ ໃນວັນທີ 11 ຕຸລາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາປ່ຽນ ອິນທະລືຊາ ຮອງເຈົ້າເມືອງໆໄຊທານີ, ມີບັນດາຄູ-ອາຈານ, ຕະຫຼອດຮອດນ້ອງ ນັກຮຽນທັງສອງໂຮງຮຽນເຂົ້າຮ່ວມຮັບ ຟັງເກືອບ 400 ຄົນ.

ທ່ານ ໂພຄໍາ ແຫວນພະຈັນ ຮອງ ຫົວໜ້າໜ່ວຍງານຄວບຄຸມຄວາມປອດໄພທາງຖະໜົນ ກ່າວວ່າ: ການລົງໂຄສະນາປູກຈິດສໍານຶກດ້ານຄວາມປອດ ໄພໃນການຂັບຂີ່ຍານພາຫະນະໃນຄັ້ງ ນີ້ ແມ່ນແນໃສ່ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນມີຄວາມປອດໄພ ແລະ ເປັນການຫຼຸດຜ່ອນການເກີດອຸບັດຕິເຫດ ໂດຍສະເພາະແມ່ນນ້ອງນັກຮຽນໃນທົ່ວໂຮງຮຽນມັດທະຍົມສົມບູນທັງສອງໂຮງຮຽນໃຫ້ມີຄວາມຮັບຮູ້, ເຂົ້າໃຈເຖິງກົດລະບຽບການສັນຈອນ ແລະ ພ້ອມກັນປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ ເພື່ອປ້ອງກັນການເກີດອຸບັດຕິ ເຫດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະ ກ້າວ; ການລົງໂຄສະນາປູກຈິດສໍານຶກໃນຄັ້ງນີ້ ບັນດານັກຮຽນໄດ້ຮຽນຮູ້ກ່ຽວກັບລະບຽບກົດໝາຍ ແລະ ມາລະຍາດໃນການຂັບຂີ່ຂອງຜູ້ໃຊ້ລົດໃຊ້ຖະໜົນໃນນະຄອນຫຼວງວຽງຈັນ, ສະພາບການສັນຈອນ ແລະ ການເກີດອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນ, ຄວາມຮູ້ພື້ນຖານກົດລະບຽບການສັນຈອນຕາມເສັ້ນທາງ, ປ້າຍສັນ ຍານ ແລະ ເຄື່ອງໝາຍການຈະລາຈອນ ແລະ ສາລະບານເດີນລົດ; ນອກຈາກການເຜີຍແຜ່ລະບຽບກົດໝາຍແລ້ວ, ບັນດານັກຮຽນຍັງໄດ້ຮ່ວມກິດຈະກໍາຖາມ-ຕອບ ເພື່ອຮັບຂອງລາງວັນເປັນໝວກກັນກະທົບ.

ພ້ອມດຽວກັນນີ້, ພັຕ ຫຼຽນໄຊ ມົງພົນຄໍາ ຮອງຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນວ ໄດ້ຍົກໃຫ້ເຫັນເຖິງບັນດາຂໍ້ຫ້າມຕ່າງໆກ່ຽວກັບການຂັບຂີ່ເຊັ່ນ: ຫ້າມຂັບຂີ່ລົດເດັດ ຂາດເມື່ອໄດ້ດື່ມເຫຼົ້າ ຫຼື ສິ່ງມຶນເມົາ, ຫ້າມຂັບຂີ່ລົດເມື່ອສຸຂະພາບອ່ອນເພຍ, ບໍ່ແຂງ ແຮງພໍທີ່ຈະບັນຊາລົດໄດ້, ຫ້າມຂີ່ລົດໂດຍໃຊ້ເວລາຍາວນານເກີນໄປ ( ຂັບຂີ່ລົດ 1-3 ຊົ່ວໂມງ ຄວນພັກຜ່ອນ ), ຫ້າມເອົາລົດໃຫ້ຜູ້ທີ່ມີສະພາບມຶນເມົາຂັບຂີ່ລົດ, ຫ້າມລົມໂທລະສັບໃນເວ ລາຂັບຂີ່, ຫ້າມຜູ້ຂັບຂີ່ລົດໃສ່ເກຍວ່າງ ຫຼື ຢຽບຄາດໃນເວລາທີ່ລົດກໍາລັງແລ່ນລົງຄ້ອຍ, ຫ້າມຂັບຂີ່ລົດແຂ່ງຂັນກັນຢູ່ຕາມທ້ອງຖະໜົນ ໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ, ຫ້າມບໍ່ໃຫ້ຕິດຕັ້ງເຄື່ອງສຽງທີ່ດັງຢ່າງຮຸນແຮງໃສ່ໃນລົດ, ຫ້າມບໍ່ໃຫ້ດັດແປງສະພາບເຕັກນິກລົດ ເຊັ່ນ: ໃສ່ຢາງນ້ອຍ ຫຼື ອຸປະກອນທີ່ບໍ່ ໄດ້ມາດຕະຖານ, ຫ້າມນໍາເອົາລົດທີ່ມີ ສະພາບບໍ່ດີ, ມີຄວັນຂາວ, ດໍາ, ມີສຽງດັງ ເກີນມາດຕະຖານອອກມາແລ່ນຢູ່ຕາມຖະໜົນ. ຖ້າວ່ານັກຂັບຂີ່ລະເມີດຝ່າຝືນຈະຖືກສຶກສາອົບຮົມກ່າວເຕືອນ ຫຼື ຖືກປັບໃໝຕາມລະບຽບກົດໝາຍ.