ສປປ ລາວ ເປັນເຈົ້າພາບເປີດ ສູນປະສານງານແມ່ນ້ຳຂອງ ປອດໄພ ໃນໄລຍະ 3 ເດືອນທ້າຍປີ 2018 ເປັນປະທານໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຫົວໜ້າຄະນະຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ໂດຍມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກໂຄງການແມ່ນ້ຳຂອງ ປອດໄພ ທັງໝົດ 6 ປະເທດ ຄື: ສປ ຈີນ, ສປປ ລາວ, ສະຫະພາບມຽນມາ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ສສ ຫວຽດນາມ ພ້ອມດ້ວຍພະນັກງານຂັ້ນສູງອ້ອມຂ້າງສູນກາງ, ຄະນະຜູ້ແທນຈາກບັນດາກະຊວງ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທຳມະສິດ ກ່າວວ່າ: 

ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ການເປີດສູນຄັ້ງນີ້ ເພື່ອເປັນການສະກັດກັ້ນເຄມີຕົ້ນ ບໍ່ໃຫ້ເຂົ້າເຖິງແຫຼ່ງຜະລິດຢາເສບຕິດ, ສະກັດກັ້ນຢາເສບຕິດທີ່ຜະລິດແລ້ວ ບໍ່ໃຫ້ຖືກລັກລອບຂົນສົ່ງນຳອອກຈາກແຫຼ່ງຜະລິດໄດ້, ສ້າງຄວາມຮ່ວມມືລະຫວ່າງ ເຈົ້າໜ້າທີ່ກວດກາ ແລະ ຄວບຄຸມຢາເສບຕິດຂອງແຕ່ລະປະເທດ ໃຫ້ມີຄວາມເປັນເອກະພາບ ສາມາດປະຕິບັດໜ້າທີ່ສະກັດກັ້ນຢາເສບຕິດຮ່ວມກັນ ຍ້ອນບັນຫາຢາເສບຕິດໄດ້ສ້າງຄວາມໝັກໃຈໃຫ້ລັດຖະບານຂອງຫຼາຍປະເທດໃນໂລກ ເຊິ່ງບັນຫາດັ່ງກ່າວໄດ້ເປັນສິ່ງທີ່ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະຊາຊາດໃນທົ່ວໂລກ ເຊິ່ງບັນຫານີ້ມັນຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຈິງໃຈ ລວມທັງການນຳໃຊ້ຊັບພະຍາກອນມະນຸດຢ່າງຫຼວງຫຼາຍ ແລະ ທຶນຮອນອັນມະຫາສານ ຈຶ່ງຈະສາມາດເອົາຊະນະຕໍ່ໄພຂົ່ມຂູ່ດັ່ງກ່າວນີ້ໄດ້.

ພິທີເປີດສູນປະສານງານແມ່ນໍ້າຂອງ ປອດໄພ

ດ້ວຍເຫດນັ້ນ, ສປປ ລາວ ຈຶ່ງໄດ້ເຂົ້າຮ່ວມປະຕິບັດໂຄງການແມ່ນ້ຳຂອງ ປອດໄພ ນັບແຕ່ມື້ສ້າງຕັ້ງຂຶ້ນແຕ່ຕົ້ນປີ 2013 ເປັນຕົ້ນມາ, ໃນເບື້ອງຕົ້ນມີປະເທດສະມາຊິກໂຄງການແມ່ນ້ຳຂອງ ປອດໄພ 4 ປະເທດ ຄື: ສປປ ລາວ, ສປ ຈີນ, ສະຫະພາບມຽນມາ ແລະ ຣາຊະອານາຈັກໄທ, ຕໍ່ມາໃນປີ 2015 ໄດ້ເຊື້ອເຊີນກຳປູເຈຍ ແລະ ສສ ຫວຽດນາມ ເຂົ້າເປັນສະມາຊິກ. ການເປັນເຈົ້າພາບສູນປະສານງານແມ່ນ້ຳຂອງ ປອດໄພ ໃນໄລຍະ 6 ປີຜ່ານມາ ( 2013-2018 ) ແມ່ນມີ 8 ຄັ້ງ; ໃນນັ້ນ, ສປ ຈີນ ເປັນເຈົ້າພາບ 3 ຄັ້ງ, ໄທ 4 ຄັ້ງ, ມຽນມາ 1 ຄັ້ງ ແລະ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບສູນປະສານງານແມ່ນ້ຳຂອງ ປອດໄພ ຄັ້ງທີ 9 ເຊິ່ງເປັນຄັ້ງທຳອິດ.

ບັນດາຕົວແທນຈາກປະເທດສະມາຊິກທີ່ເຂົ້າຮ່ວມ

ການເປີດສູນປະສານງານແມ່ນ້ຳຂອງ ປອດໄພ – ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ແມ່ນເຫດການປະຫວັດສາດໃນຂົງເຂດວຽກງານຄວບຄຸບຢາເສບຕິດຂອງອະນຸພາກພື້ນ ແລະ ເປັນເຫດການສຸດທີ່ມີຄວາມສຳຄັນເປັນຢ່າງຍິ່ງ ເຊິ່ງເປັນໂອກາດອັນດີໃຫ້ແກ່ພວກເຮົາທີ່ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານຂອງບັນດາປະເທດສະມາຊິກທັງ 6 ປະເທດ ເພື່ອຮ່ວມກັນຄົ້ນຄວ້າ ແລະ ວາງມາດຕະການໃນການສະກັດກັ້ນການລັກລອບລຳລຽງຂົນສົ່ງຢາເສບຕິດເຂົ້າ-ອອກເຂດສາມຫຼ່ຽມຄຳ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.