ວັນທີ 24 ກັນຍາ 2018, ເຈົ້າໜ້າທີ່ວິຊາສະເພາະ ໄດ້ອອກກວດລາດຕະເວນ ສາມາດກັກຕົວ ທ້າວ ພຸດທະສັກ ອາຍຸ 24 ປີ ບ້ານດົງໂພສີ ແລະ ທ້າວ ຊີວາ ອາຍຸ 21 ປີ, ບ້ານທ່ານາແລ້ງ ທັງ ສອງຢູ່ເມືອງຫາດຊາຍຟອງ ພ້ອມຢາບ້າ 1.000 ກວ່າເມັດ ມາສອບສວນ ທັງສອງເຄີຍເສບຢາເສບຕິດມາກ່ອນ.

ທ້າວ ພຸດທະສັກ ສາລະພາບວ່າ: ກ່ອນໜ້າຖືກກັກຕົວໄດ້ເສບຢາບ້າມາ ແຕ່ປີ 2015 ເປັນຕົ້ນມາ, ເສບມື້ລະ 2-3 ເມັດ. ມາປີ 2017 ກໍເລີ່ມເຄື່ອນໄຫວຮັບຊື້ຢາບ້າມາຂາຍເອງ ໂດຍຊື້ນໍາ ທ້າວ ດໍາ ຢູ່ເຂດບ້ານທາດຫຼວງ ເມືອງໄຊເສດຖາ ຈໍານວນຫຼາຍຄັ້ງ, ຄັ້ງລະ 4-5 ຖົງ ເທົ່າ ກັບ 800-1.000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາແບ່ງເສບ 3-4 ເມັດ ແລະ ນໍາໄປຂາຍໃຫ້ກັບຜູ້ຮ່ວມຂະບວນການ ແລະ ທ້າວ ຊີວາ. ມາວັນທີ 24 ກັນຍາ 2018, ເວລາປະ ມານ 21:00 ໂມງ ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາ ທ້າວ ດໍາ ຈໍານວນ 5 ຖົງ ເທົ່າກັບ 1.000 ເມັດ ແລ້ວເອົາຢາທີ່ຍັງເຫຼືອ ຈາກຄັ້ງກ່ອນ 400 ເມັດ ລວມເປັນ 1.400 ເມັດ. ຈາກນັ້ນ, ໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບ ທ້າວ ຊີວາ ຈໍານວນ 200 ເມັດ ແລະ ຂະບວນການ 360 ເມັດ ຍັງເຫຼືອ 840 ເມັດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄດ້ລະຫວ່າງທາງຈາກການໄປຂາຍຢາ ພ້ອມກັບຂອງກາງ.

ສ່ວນ ທ້າວ ຊີວາ ໄດ້ເວົ້າວ່າ: ຜູ້ກ່ຽວໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ເດືອນເມສາ 2018 ເປັນຕົ້ນມາ, ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຮັບຊື້ນໍາ ທ້າວ ພຸດທະສັກ ຈໍານວນຫຼາຍຄັ້ງ, ຄັ້ງລະ 100-200 ເມັດ. ເມື່ອໄດ້ຢາບ້າມາແລ້ວກໍນໍາມາແບ່ງເສບຈໍານວນໜຶ່ງ ແລະ ນໍາໄປຂາຍຕໍ່ເພື່ອກິນກໍາໄລ ໂດຍນໍາໄປຂາຍໃຫ້ກັບ ທ້າວ ໜູ ແລະ ຂະບວນການມົ້ວສຸມຢາເສບຕິດ ພາຍໃນບ້ານ. ມາວັນທີ 24 ກັນຍາ 2018, ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາ ທ້າວ ພຸດທະສັກ ຈໍານວນ 200 ເມັດ. ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາຢາບ້າມາເສບ ຈໍານວນ 5 ເມັດ ແລ້ວນໍາຢາບ້າທີ່ຍັງເຫຼືອໄປສົ່ງໃຫ້ ກັບ ທ້າວ ໜູ. ແຕ່ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີກ່ອນ.

ຜ່ານການສະຫຼຸບຕີລາຄາຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ເຫັນວ່າ: ທ້າວ ພຸດທະສັກ ແລະ ທ້າວ ຊີວາ ເປັນຜູ້ກະທໍາຜິດຕໍ່ກົດໝາຍອາຍາແທ້. ດັ່ງນັ້ນ, ຈຶ່ງໄດ້ກັກຕົວໄວ້ ເພື່ອສອບສວນຂະ ຫຍາຍຜົນເພີ່ມເຕີມ ແລ້ວສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.