ເປີດງານວາງສະແດງຕະຫຼາດນັດ ເຕັກໂນໂລຊີ 2018

0
1655

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດງານວາງສະແດງຕະຫຼາດນັດເຕັກໂນໂລຊີ ສປປ ລາວ – 2018 ( LAO TECHMART-2018 ) ໃນລະຫວ່າງວັນທີ 12-21 ຕຸລາ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ບັນດິດ. ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີແຂກຮັບເຊີນຈາກຫ້ອງການ, ກົມ, ສະຖາບັນ, ບັນດາກະຊວງ, ບັນດາບໍລິສັດ ແລະ ຜູ້ປະກອບການ ເຂົ້າຮ່ວມ.

ທ່ານ ບັນດິດ. ສຈ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: 

LAO TECHMART-2018

ເພື່ອສົ່ງເສີມການຄົ້ນຄວ້າ, ການປະດິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີທີ່ມີປະສິດທິຜົນປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ຈັດງານຄັ້ງນີ້ຂຶ້ນ ເຊິ່ງໄດ້ເຊື້ອເຊີນບັນດາສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກສ່ວນທຸລະກິດຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ, ພາຍໃນງານໄດ້ນຳເອົາເຕັກໂນໂລຊີໃໝ່ເຂົ້າມາວາງສະແດງ ແລະ ສາທິດຈາກຕ່າງປະເທດ ເພື່ອການຮ່ວມມືສົ່ງເສີມການຖ່າຍທອດນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ໃນງານວາງສະແດງຄັ້ງນີ້ ປະກອບມີຂົງເຂດເຕັກໂນໂລຊີ ຄື: ເຕັກໂນໂລຊີ-ຊີວະພາບ ແລະ ກະສິກຳ, ເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີ-ພະລັງງານທົດແທນ ແລະ ວັດສະດຸໃໝ່, ເຕັກໂນໂລຊີ-ວິສະວະກໍາ ແລະ ການອອກແບບ, ເຕັກໂນໂລຊີການຂົນສົ່ງ, ເຕັກໂນໂລຊີການແພດ, ເຕັກໂນໂລຊີການປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ເຕັກໂນໂລຊີໄຟຟ້າ-ເອເລັກໂຕຣນິກ, ການສ້າງເປັນເມືອງທັນສະໄໝ ແລະ ການພັດທະນາຊັບພະຍາກອນມະນຸດ.

ສູນການຄ້າລາວ-ໄອເຕັກ

ພາຍໃນງານປະກອບມີຫຼາຍກິດຈະກຳ ເປັນຕົ້ນແມ່ນ ກອງປະຊຸມສຳມະນາການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການພົບປະຮ່ວມມືລົງທຶນທາງທຸລະກິດເຕັກໂນໂລຊີ, ກອງປະຊຸມສຳມະນາສຳລັບຜູ້ເລີ່ມຕົ້ນກິດຈະການໃໝ່, ໃຫ້ຄໍາປຶກສາການພັດທະນາເຕັກໂນໂລຊີ, ປະກວດສິ່ງປະດິດຈາກສິ່ງເສດເຫຼືອ, ການສາທິດທົດລອງວິທະຍາສາດ, ຖາມ-ຕອບຊີງລາງວັນ.