ທ່ານ ສີສະຫວາດ ແກ້ວບຸນພັນ ຮຽກຮ້ອງໃຫ້ສືບຕໍ່ຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກນໍ້າຖ້ວມ

0
1402

ໃນວັນທີ 11 ຕຸລາ 2018, ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ລົງມາຢ້ຽມຢາມພົບປະໂອ້ລົມ ຄະນະຄວບຄຸມໄພພິບັດເມືອງທຸລະຄົມ ແຂວງວຽງຈັນ ຢູ່ທີ່ ຫ້ອງວ່າການປົກຄອງເມືອງທຸລະຄົມ.

ເຊິ່ງທ່ານໄດ້ສະແດງຄວາມເສຍໃຈ, ຄວາມເປັນຫ່ວງເປັນໃຍຕໍ່ກັບສະພາບການນໍ້າຖ້ວມຢູ່ເມືອງທຸລະຄົມ ເຊິ່ງເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບເສຍຫາຍຢ່າງຫຼວງຫຼາຍ; ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານການນຳທຸກຂັ້ນ ໂດຍສະເພາະພາຍໃນ ຄະນະຄວບຄຸມໄພພິບັດເມືອງ ຕ້ອງມີຄວາມເປັນແບບຢ່າງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ລົງໃກ້ຊິດຕິດແທດສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເປັນຕົ້ນສະໜອງແນວພັນເຂົ້າ, ພືດຜັກຕ່າງໆໃຫ້ພໍ່-ແມ່ປະຊາຊົນປູກທົດແທນຜົນເສຍຫາຍຜ່ານມາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ບັນດາຜູ້ເຂົ້າຮ່ວມ

ໂອກາດດຽວກັນ, ທ່ານ ເສດໄຊ ວິໄລໄຟ ເຈົ້າເມືອງໆທຸລະຄົມ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເມືອງທຸລະຄົມ ເຊິ່ງທ່ານໄດ້ກ່າວວ່າ: 

ໃນໄລຍະຜ່ານມາ, ສະພາບດິນຟ້າອາກາດປ່ຽນແປງຜິດປົກກະຕິ, ໄດ້ເກີດມີໄພພິບັດທາງທຳມະຊາດຢ່າງຮ້າຍແຮງ ແລະ ເຮັດໃຫ້ມີຜົນກະທົບຈາກພາຍຸ, ຝົນຕົກໜັກຫຼາຍມື້ຕິດຕໍ່ກັນຈົນມີດິນເຈື່ອນ ແລະ ນ້ຳຖ້ວມທົ່ວເມືອງທຸລະຄົມ ມີບ້ານທີ່ຖືກຜົນກະທົບຈາກນ້ຳຖ້ວມທັງໝົດ 16 ບ້ານ ຮ້າຍແຮງມີ 11 ບ້ານ, ມີຄອບຄົວໄດ້ຮັບຜົນກະທົບ 2.927 ຄອບຄົວ, ມີ 13.758 ຄົນ, ມີເນື້ອທີ່ນາປີຖືກນໍ້າຖ້ວມ 1.750 ເຮັກຕາ, ເນື້ອທີ່ສວນສາລີແຂງຖືກນ້ຳຖ້ວມ 350 ເຮັກຕາ, ສາລີຫວານ 268 ເຮັກຕາ, ສວນໝາກກ້ວຍ 141 ເຮັກຕາ, ສວນໝາກຫຸ່ງ 170 ເຮັກຕາ, ສວນມັນຕົ້ນ 58 ເຮັກຕາ ແລະ ສວນຜົນລະປູກອີກຈຳນວນໜຶ່ງ ກໍໄດ້ຮັບຜົນເສຍຫາຍເຊັ່ນດຽວກັນ, ສ່ວນສັດລ້ຽງຂອງປະຊາຊົນຈຳນວນຫຼາຍບໍ່ມີອາຫານພຽງພໍ ແລະ ຕາຍຈຳນວນໜຶ່ງ.