ໃນກາງເດືອນກັນຍາ 2018 ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສົມທົບກັບການຈັດຕັ້ງບ້ານຫ້ອມໃຕ້ ລົງມ້າງ ເປົ້າໝາຍເຄື່ອນໄຫວຄ້າ-ຂາຍຢາເສບຕິດ (ຢາບ້າ) ໂດຍມີຜູ້ຖືກຫາ ຊື່ນາງ ວຽງຄໍາ ອາຍຸ 54 ປີ ພ້ອມຂອງກາງຢາບ້າ ຈໍານວນ 745 ເມັດ ມາດໍາເນີນ ຄະດີຕາມລະບຽບກົດ ໝາຍ.

ຜ່ານການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ ໃຫ້ຮູ້ວ່າ: ຜູ້ຖືກຫາໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າມາແຕ່ທ້າຍປີ 2015, ເຊິ່ງໄດ້ຮ່ວມກັບຜົວຊື່ ທ້າວ ຈັນສົມ ອາຍຸ 58 ປີ ໂດຍເອົາມາຂາຍໃນແຕ່ລະຄັ້ງແມ່ນສັ່ງຊື້ມາຈາກຜູ້ຮ່ວມຂະບວນການ ດ້ວຍວິທີສັ່ງຊື້ຜ່ານໂທລະສັບຫາກັນກ່ອນເພື່ອນັດຈຸດສົ່ງຢາບ້າຕາມແຄມທາງ ແລະ ຜົວຂອງຜູ້ກ່ຽວກໍໄດ້ເວົ້າໃຫ້ຟັງ ແຕ່ບໍ່ເຄີຍໄປຊື້ເອງຈັກເທື່ອ, ຊື້ມາແລ້ວຫຼາຍຄັ້ງ ຄັ້ງລະ 5- 10 ຖົງ. ພາຍຫຼັງທີ່ໄດ້ຢາບ້າມາແລ້ວ ກໍເອົາໄປຊຸກເຊື່ອງໄວ້ຢູ່ແຄມປ່າກ້ວຍໃກ້ເຮືອນຂອງຕົນ ແລະ ບາງຄັ້ງກໍເອົາເຊື່ອງໄວ້ໃນເຮືອນ. ມາຮອດເວລາປະມານ 16:00 ໂມງ ຂອງວັນທີ 15 ກັນຍາ 2018 ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມທັງເຂົ້າກວດຄົ້ນເຮືອນພົບເຫັນຢາບ້າທີ່ຊຸກເຊື່ອງໄວ້ພາຍໃນເຮືອນ ຈໍານວນ 745 ເມັດ ແລະ ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າຈໍານວນດັ່ງກ່າວນັ້ນ ເປັນຂອງຜູ້ກ່ຽວແທ້ຈິງ.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນໍາຕົວຜູ້ ກ່ຽວມາດໍາເນີນຄະດີຕາມລະບຽບກົດ ໝາຍ. ສ່ວນທ້າວ ຈັນສົມ (ຜົວ) ຂອງ ຜູ້ກ່ຽວທີ່ໄດ້ເອົາຕົວຫຼົບໜີ ແລະ ຜູ້ຮ່ວມ ຂະບວນການນໍາກັນນັ້ນ ເຈົ້າໜ້າທີ່ກໍາລັງ ເລັ່ງຊອກຫາ ເພື່ອນໍາຕົວພວກກ່ຽວ ໄປດໍາເນີນຄະດີຕາມລະບຽບກົດໝາຍ ຕໍ່ໄປ.