ຕ້ອນຮັບ ທ່ານຮອງນາຍົກແຫ່ງ ຣາຊະອານາຈັກໄທ ຢ້ຽມຢາມ ສູນປະສານງານແມ່ນໍ້າຂອງ ປອດໄພ

0
1362
ພົຕ ປອ ສົມຫວັງ ທຳມະສິດ ຕ້ອນຮັບ ພົນອາກາດເອກ ປະຈິນ ຈັ່ນຕອງ

ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ທັງເປັນຫົວໜ້າຄະນະຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບ ພົນອາກາດເອກ ປະຈິນ ຈັ່ນຕອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຍຸຕິທໍາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ສູນປະສານງານແມ່ນໍ້າຂອງ ປອດໄພ ປະຈໍາ ນະຄອນຫຼວງວຽງຈັນ ໃນວັນທີ 13 ຕຸລາ 2018.

ສູນປະສານງານແມ່ນໍ້າຂອງ ປອດໄພ

ພົນອາກາດເອກ ປະຈິນ ຈັ່ນຕອງ ໄດ້ຮັບຟັງການລາຍງານສະພາບກ່ຽວກັບ ສູນປະສານງານແມ່ນໍ້າຂອງ ປອດໄພ ປະຈໍານະຄອນຫຼວງວຽງຈັນ ເຊິ່ງປະກອບມີຜູ້ປະສານງານຈາກປະເທດສະມາຊິກ ທັງໝົດ 6 ປະເທດ ຄື: ສປ ຈີນ, ສປປ ລາວ, ສະຫະພາບມຽນມາ, ຣາຊະອານາຈັກໄທ,  ລາຊະອານາຈັກກໍາປູເຈຍ ແລະ ສສ ຫວຽດນາມ; ສູນດັ່ງກ່າວ ເປັນອາຄານ 3 ຊັ້ນ, ຊັ້ນທີ 1 ແມ່ນເປັນບ່ອນເຮັດວຽກຂອງຜູ້ປະສານງານ 6 ປະເທດ, ຊັ້ນທີ 2 ແມ່ນຫ້ອງປະຊຸມ ແລະ ຊັ້ນທີ 3 ເປັນຫ້ອງນອນຂອງຜູ້ປະສານງານແຕ່ລະປະເທດ.

ຜູ້ປະສານງານຈາກປະເທດສະມາຊິກ ທັງໝົດ 6 ປະເທດ

ໜ້າທີ່ຕົ້ນຕໍຂອງ ສູນປະສານງານແມ່ນໍ້າຂອງ ທີ່ຈະເຮັດໃນໄລຍະເດືອນຕຸລາ-ທັນວາ 2018 ທີ່ ສປປ ລາວ ເປັນເຈົ້າພາບ ແມ່ນເປັນການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ແຂວງທີ່ເປັນຈຸດຫຼ່ໍແຫຼມ, ແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ແລະ ຕາມລໍາແມ່ນໍ້າຂອງ, ສະກັດກັ້ນສານເຄມີຕົ້ນ ທີ່ນໍາເຂົ້າໄປເຂດສາມລ່ຽມຄໍາ ບໍ່ໃຫ້ເຂົ້າເຖິງແຫຼ່ງຜະລິດລິດຢາເສບຕິດ, ສະກັດກັ້ນຢາເສບຕິດທີ່ຜະລິດແລ້ວບໍ່ໃຫ້ຖືກລັກລອບຂົນສົ່ງນຳອອກຈາກແຫຼ່ງຜະລິດໄດ້, ສ້າງຄວາມຮ່ວມມືລະຫວ່າງເຈົ້າໜ້າທີ່ກວດກາ ແລະ ຄວບຄຸມຢາເສບຕິດຂອງແຕ່ລະປະເທດ ໃຫ້ມີຄວາມເປັນເອກະພາບ ສາມາດປະຕິບັດໜ້າທີ່ສະກັດກັ້ນຢາເສບຕິດ ຮ່ວມກັນ.

ສປປ ລາວ – ຣາຊະອານາຈັກໄທ