ຄະນະພາກສະໜາມຟື້ນຟູ ແລະ ແກ້ໄຂໄພພິບັດຢູ່ແຂວງອັດຕະປື ໄດ້ຖະແຫຼງຂ່າວຄວາມຄືບໜ້າຂອງການປະຕິບັດພາລະກິດກູ້ໄພ ໃນວັນທີ 13 ສິງຫາຜ່ານມາວ່າ: ພາລະກິດການຊອກຫາຜູ້ສູນຫາຍ, ຜູ້ເສຍຊີວິດ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກ ເນື່ອງຈາກນໍ້າໃນເຊປຽນເພີ່ມຂຶ້ນ, ມີຂີ້ຕົມສູງ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຊອກຄົ້ນຫາ; ນັບແຕ່ມື້ເກີດເຫດຫາວັນທີ 13 ສິງຫາ ພົບຜູ້ເສຍຊີວິດແລ້ວ 39 ຄົນ. ສ່ວນການເບິ່ງແຍງ, ການຊ່ວຍເຫຼືອ ແລະ ການຟື້ນຟູ ແມ່ນຍັງສືບຕໍ່ດຳເນີນການໄປຕະຫຼອດ ຈົນກວ່າຊີວິດການເປັນຢູ່ກັບເຂົ້າສູ່ສະພາບປົກກະຕິ.

ພົຈວ ຜາລົມ ລິນທອງ ຮອງກົມໃຫຍ່ການເມືອງກອງທັບ ຫົວໜ້າຄະນະຊີ້ນຳພາກສະໜາມ ກ່າວວ່າ: ການຄົ້ນຫາຜູ້ຫາຍສາບສູນ ແລະ ຜູ້ເສຍຊີວິດ ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ເນື່ອງຈາກມີຊາກຕົ້ນໄມ້ໃຫຍ່, ຂີ້ຕົມຍັງຢູ່ໃນລະດັບສູງ ແລະ ໃນໄລຍະ 2-3 ມື້ມານີ້ມີຝົນຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າເຊປຽນຍຶ່ງຂຶ້ນຫຼາຍ ສົ່ງຜົນໃຫ້ເປັນອຸປະສັກຕໍ່ການຊອກຄົ້ນຫາ; ແຕ່ເຈົ້າໜ້າທີ່ທຸກພາກສ່ວນໃນພາກສະໜາມ ຍັງບໍ່ໄດ້ລົດລະຄວາມພະຍາຍາມໃນການຊອກຄົ້ນຫາ ແລະ ຍັງມີກຳລັງແຮງໃຈ ພ້ອມບຸກບືນເຮັດໜ້າທີ່ຂອງຕົນຈົນສຸດຄວາມສາມາດ ໂດຍມີກອງກຳລັງກອງທັບປະຊາຊົນລາວເປັນກຳລັງຫຼັກ ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນກົມຕຳຫຼວດຝຶກແອບນຳໃຊ້ໝາວິຊາສະເພາະ ຈຳນວນ 10 ສະຫາຍ ແລະ ໝາ 6 ໂຕ ແລະ ຍັງມີອາສາສະໝັກກູ້ໄພຈາກປະເທດສິງກະໂປ ແຕ່ຍັງບໍ່ສາມາດນໍາໃຊ້ເຄື່ອງມືທັນສະໄໝໄດ້ ເນື່ອງຈາກຍັງມີນໍ້າ ແລະ ຂີ້ຕົມສູງ.

ພ້ອມດຽວກັນນັ້ນ, ໃນວັນທີ 13 ສິງຫາຜ່ານມາ ໄດ້ມີຄະນະກອບກູ້ໄພພິບັດຈາກກອງທັບປະຊາຊົນຫວຽດນາມ ຈຳນວນ 34 ສະຫາຍ ພ້ອມທັງອຸປະກອນເຂົ້າມາຊ່ວຍເຫຼືອ. ສ່ວນການຊອກຄົ້ນຜູ້ສູນຫາຍແມ່ນພົບເພີ່ມອີກ 1 ສົບ ເປັນເດັກນ້ອຍຜູ້ຍິງ ອາຍຸປະມານ 2 ປີ ລວມທັງໝົດນັບແຕ່ມື້ເກີດເຫດ ມາຮອດປັດຈຸບັນມີຜູ້ເສຍຊີວິດທັງໝົດ 39 ຄົນ ຍິງ 17 ຄົນ; ໃນນີ້, ເກັບກູ້ຢູ່ພາກສະໜາມໄດ້ 34 ສົບ ຍິງ 17 ສົບ, ເສຍຊີວິດຢູ່ໂຮງໝໍ 5 ສົບ ຍິງ 2 ສົບ.

ສ່ວນການເບິ່ງແຍງຜູ້ທີ່ໄດ້ຮັບຜົນກະທົບ, ໄດ້ສຳເລັດການຕິດຕັ້ງເຕັ້ນນອນໄດ້ຈຳນວນ 439 ຫຼັງ, ກວດສຸຂະພາບໄດ້ 6.975 ຄົນ; ຈ່າຍເງິນຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ 500.000 ກີບຕໍ່ຄອບຄົວ. ມາຮອດວັນທີ 13 ສິງຫາ ແມ່ນຈ່າຍໄດ້ 1.171 ຄອບຄົວ. ສໍາເລັດການສໍາຫຼວດພື້ນທີ່ທີ່ຈະສ້າງບ້ານພັກຊົ່ວຄາວ ແລະ ຖາວອນ ຢູ່ 4 ຈຸດ ແລະ ໄດ້ເລີ່ມບຸກເບີກເນື້ອທີ່ຢູ່ຈຸດທີ 1 ບ້ານດົງບາກ ສຳເລັດ 35%, ສຳເລັດການສຳຫຼວດພື້ນທີ່ທີ່ຈະສ້າງເປັນບ້ານພັດທະນາຖາວອນຢູ່ຈຸດທີ 2 ບ້ານຕະມໍຢອດ ໄດ້ເລີ່ມການບຸກເບີກໄດ້ປະມານ 20%, ຈຸດທີ 3 ແມ່ນຢູ່ເຂດບ້ານປິນດົງ ແມ່ນສຳເລັດການກຳນົດພື້ນທີ່ຊົ່ວຄາວ ແລະ ຖາວອນ, ຈຸດທີ 4 ແມ່ນຢູ່ເຂດຄຸ້ມດອນບົກ.

ສຳລັບວຽກເລັ່ງດ່ວນໃນໄລຍະສັ້ນ ແລະ ໄລຍະຍາວ ແມ່ນສືບຕໍ່ຕິດຕາມການສ້ອມແປງ ແລະ ກໍ່ສ້າງຂົວທາງ, ຈັດສັນ ແລະ ປຸກສ້າງທີ່ຢູ່ອາໄສຊົ່ວຄາວ ແລະ ຖາວອນ, ບໍລິຫານງານວຽກງານທີ່ກ່ຽວຂ້ອງດ້ານຕ່າງໆກ່ຽວກັບການກູ້ໄພ ແລະ ຟື້ນຟູ, ສືບຕໍ່ຊອກຄົ້ນ ແລະ ຄົ້ນຫາຊາກສົບ, ສືບຕໍ່ສຳຫຼວດຈຳນວນຄອບຄົວ, ຈຳນວນພົນ ແລະ ອອກບັດໃຫ້ສຳເລັດ, ສືບຕໍ່ເບີກຈ່າຍເງິນແຮເບື້ອງຕົ້ນໃຫ້ຜູ້ຖືກຜົນກະທົບ ຈຳນວນ 500.000 ກີບຕໍ່ຄອບຄົວ, ສືບຕໍ່ເບີກຈ່າຍເຂົ້າສານອາຫານແຫ້ງ ແລະ ເຄື່ອງໃຊ້ຕ່າງໆຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ຕາມເງື່ອນໄຂຕົວຈິງ.