ພະຍາດຕັບແຂງ ເປັນພະຍາດທີ່ຫຼາຍຄົນອາດມີຄວາມສ່ຽງທີ່ຈະເປັນ. ສະນັ້ນ, ການສັງເກດອາການຂອງພະຍາດຕັບໄດ້ຈາກຄວາມຜິດປົກກະຕິຂອງຮ່າງກາຍ ເພາະວ່າຕັບເປັນອະໄວຍະວະທີ່ເຮັດວຽກສຳຄັນໃນຮ່າງກາຍມີໜ້າທີ່ທັງຊ່ວຍສ້າງສານອາຫານ ແລະ ກຳຈັດຂອງເສຍໃນທີ່ມີພາຍໃນຕົວເຮົາ. ດັ່ງນັ້ນ, ອາການທີ່ຜິດປົກກະຕິຂອງຕັບທີ່ພົບຫຼາຍທີ່ສຸດ ກໍຈະມີພະຍາດຕັບແຂງ ເປັນຕົ້ນ.

ພະຍາດຕັບແຂງ

ທ່ານໝໍໄດ້ມີການສຳຫຼວດອາການຂອງພະຍາດຕັບແຂງໃນເບື້ອງຕົ້ນ ໂດຍໃຫ້ຮູ້ວ່າ ພະຍາດຕັບແຂງ ສາມາດເກີດຂຶ້ນໄດ້ກັບທຸກຄົນ ລວມທັງຄົນທີ່ບໍ່ໄດ້ດື່ມສິ່ງມຶນເມົາ. ສະນັ້ນ, ເຮົາຄວນຮູ້ອາການຂອງພະຍາດຕັບ ເພື່ອເປັນການປ້ອງກັນ ໂດຍການສັງເກດຕົວເອງ ແລະ ຄົນຮອບຂ້າງນຳ.

ສາເຫດທີ່ພາໃຫ້ເປັນພະຍາດຕັບແຂງ ມີຫຼາຍສາເຫດ ແລະ ອາການດັ່ງລຸ່ມນີ້:

1. ເຄື່ອງດື່ມທີ່ມີທາດເຫຼົ້າ: ເຫຼົ້າ ແລະ ເຄື່ອງດື່ມມືນເມົາທຸກຊະນິດ ກາຍເປັນສາເຫດອັນດັບໜຶ່ງທີ່ເຮັດໃຫ້ເກີດພະຍາດຕັບແຂງ ໂດຍສະເພາະຜູ້ທີ່ມັກດື່ມເຫຼົ້າ 480 ຊີຊີຕໍ່ມື້ ຫຼື ວາຍ 1.600 ຊີຊີຕໍ່ມື້, ເບຍ 4000 ຊີຊີຕໍ່ມື້ ຕິດຕໍ່ກັນເປັນເວລາ 5-10 ປີ ບຸກຄົນດັ່ງກ່າວນີ້ຍ່ອມສ່ຽງເປັນພະຍາດຕັບແຂງຫຼາຍກວ່າຄົນທີ່ດື່ມໜ້ອຍກວ່າ. ເນື່ອງຈາກທາດເຫຼົ້າໃນເຄື່ອງດື່ມເຫຼົ່ານີ້ ຈະເຮັດໃຫ້ການໃຊ້ໂປຣຕິນ, ໄຂມັນ ແລະ ຄາໂບໄຮເດດ ໃນຕັບຜິດປົກກະຕິ ສົ່ງຜົນໃຫ້ເກີດພາວະຕັບອັກເສບໄດ້ງ່າຍ ແລະ ເມື່ອຕັບອັກເສບດົນໆ ກໍຈະເຮັດໃຫ້ເກີດພາວະຕັບແຂງ ໃນທີ່ສຸດ.

2. ໄວຣັດຕັບອັກເສບ: ໄວຣັດຕັບອັກເສບ ມີຢູ່ດ້ວຍກັນ 3 ຊະນິດ ຄື: ໄວຣັດຕັບອັກເສບເອ, ບີ ແລະ ໄວຣັດຕັບອັກເສບຊີ ໂດຍໄວຣັດທັງ 3 ຊະນິດນີ້ ຈັດເປັນສາເຫດທີ່ເຮັດໃຫ້ເກີດອາການອັກເສບຊຳເຮື້ອ ແລະ ພັດທະນາເປັນພະຍາດຕັບແຂງໄດ້ໃນທີ່ສຸດ.

Realistic illustration of comparsion of healthy and sick (cirrhosis) human livers

3. ຢາ, ສານພິດ ແລະ ພະຍາດບາງຊະນິດ: ສຳລັບຜູ້ທີ່ໃຊ້ຢາຕິດຕໍ່ກັນດົນໆ ໂດຍສະເພາະຢາສະໝູນໄພບາງຊະນິດ ເຊັ່ນ: ຢາເມັດໃບຂີ້ເຫຼັກ ກໍອາດເຮັດໃຫ້ເກີດການຕົກຄ້າງ ຈົນກໍ່ພາວະຕັບອັກເສບຊຳເຮື້ອໄດ້ ລວມທັງສານພິດເຊັ່ນ: ສານໜູ (Arsenic) ກໍສາ ມາດເຮັດໃຫ້ເກີດພັງພຶດໃນຕັບ ແລະ ພະຍາດບາງຊະນິດ ເຊັ່ນ: ພະຍາດໃບໄມ້ທີ່ແຝງໂຕຢູ່ໃນເສັ້ນເລືອດ ກໍ່ກະຕຸ້ນໃຫ້ເກີດພາວະຕັບແຂງໄດ້ເຊັ່ນກັນ.

4. ທໍ່ນ້ຳບີອຸດຕັນ: ປົກກະຕິແລ້ວນໍ້າບີ ຈະຖືກສ້າງຂຶ້ນມາຢຢູ່ຕັບ ແລະ ໄຫຼລົງມາສູ່ລຳໄສ້ນ້ອຍສ່ວນຕົ້ນ ແຕ່ຖ້າເກີດພາວະນໍ້າບີອຸດຕັນ ເຊັ່ນ: ໜີ້ວອຸດຕັນທໍ່ນໍ້າບີ ຫຼື ກ້ອນເບົ້າອຸກຕັນທໍ່ນໍ້າບີ ເຮັດໃຫ້ທໍ່ນໍ້າບີຕີບເປັນເວລາດົນໆ, ນໍ້າບີຈະໄຫຼຢ້ອນກັບໄປຢູ່ຕັບ ແລະ ທຳລາຍເນື້ອເຍື້ອຕັບຈົນເກີດພາວະຕັບແຂງໄດ້.

5. ພາວະຫົວໃຈວາຍຊຳເຮື້ອ: ຜູ້ທີ່ມີພາວະຫົວໃຈວາຍຊຳເຮື້ອ ອາດເຮັດໃຫ້ມີເລືອດຄັ່ງຢູ່ຕັບ ລວມທັງປະລິມານເລືອດທີ່ໄຫຼວຽນຢູ່ຕັບກໍຈະຫຼຸດລົງຈົຍອາດເຮັດໃຫ້ເນື້ອຕັບຂາດອົກຊີເຈນ ແລະ ຕາຍລົງ.

6. ໄຂມັນສະສົມສູງ: ພາວະທີ່ມີໄຂມັນສະສົມຢູ່ຕັບຫຼາຍ ອາດກະຕຸ້ນໃຫ້ເກີດພາວະຕັບອັກເສບຊຳເຮື້ອ ແລະ ກາຍເປັນຕັບແຂງໃນທີ່ສຸດ ໂດຍພາວະໄຂມັນໃນຕັບຫຼາຍນີ້ອາດພົບຮ່ວມກັບພະຍາດອື່ນໆ ເຊັ່ນ: ພະຍາດເບົາຫວານ, ພະຍາດຂາດສານອາຫານ ແລະ ພະຍາດຕຸ້ຍ.

ອາການຂອງພະຍາດຕັບ ກວດເບິ່ງເລີຍວ່າ ຕັບແຂງ ຫຼື ຍັງ?

ອາການຂອງພະຍາຕັບແຂງໃນໄລຍະເລີ່ມທຳອິດຈະບໍ່ສະແດງອອກຢ່າງຊັດເຈນ. ດັ່ງນັ້ນ, ຜູ້ເປັນພະຍາດຕັບແຂງຈຶ່ງບໍ່ຄ່ອຍຮູ້ຕົວ ໂດຍອາການຂອງພະຍາດຕັບແຂງທີ່ພໍຈະສັງເກດໄດ້ມີດັ່ງນີ້: 1. ທ້ອງອືດ, ຈຸກທ້ອງ ຄ້າຍກັບອາຫານບໍ່ຍ່ອຍ; 2. ຮູ້ສຶກອ່ອນເພຍ, ເມື່ອຍງ່າຍ, ເບື່ອອາຫານ, ຄື່ນໄສ້, ຮາກ ແລະ ນ້ໍາໜັກຫຼຸດລົງ; 3. ຮູ້ສຶກເຈັບບໍລິເວນໂຄງຂວາເລັກນ້ອຍ ຫຼື ອາດຄຳພົບກ້ອນຢູ່ໂຄງຂວາ; 4. ໂຕເຫຼືອງ, ຕາເຫຼືອງ ເພາະຕັບບໍ່ສາມາດຂັບນໍ້າບີອອກຈາກຮ່າງກາຍໄດ້; 5. ອາດມີອາການຄັນຕາມຕົນຕົວ; 6. ອາລົມທາງເພດຫຼຸດລົງ; 7. ຖ້າຜູ້ຍິງອາດຈະມີປະຈຳເດືອນບໍ່ປົກກະຕິ ເຊັ່ນ: ປະຈຳເດືອນມາຂາດ ຫຼື ມາບໍ່ສະໝ່ຳສະເໝີ; 8. ຜູ້ປ່ວຍຊາຍ ອາດຮູ້ສຶກເຈັບອັນທະ ບາງຄົນອາດສັງເກດເຫັນຝາມືແດງຜິດປົກກະຕິ ຫຼື ມີຈຸດແດງທີ່ໜ້າເອີກ ແລະ ໜ້າທ້ອງ.