ປັດຈຸບັນ, ລົດບັນທຸກໜັກທີ່ແລ່ນຕາມສາຍທາງແມ່ນມີຈຳນວນເພີ່ມຂຶ້ນ ໂດຍສະເພາະແມ່ນລົດບັນທຸກສິນຄ້າປະເພດຕ່າງໆ ເຊັ່ນ: ບັນທຸກເຄື່ອງຍ່ອຍ ( ເຄື່ອງໃຊ້ທົ່ວ ໄປ ), ເຄື່ອງດື່ມ, ເຫຼັກເສັ້ນ, ຊີມັງ, ປູນໂມ້, ປູນເຕົ້າ, ຫີນ, ຊາຍ ແລະອື່ນໆ; ເຊິ່ງລົດບັນທຸກສິນຄ້າເຫຼົ່ານັ້ນຍັງບັນທຸກເກີນຂະໜາດທີ່ພາກສ່ວນທີ່ກ່ຽວຂ້ອງກໍານົດໄວ້ ເພື່ອຫາ ຜົນປະໂຫຍດສ່ວນຕົວ ໂດຍບໍ່ຄໍານຶງເຖິງຜົນທີ່ຈະຕາມມາ ເປັນສາເຫດໜຶ່ງທີ່ເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພ, ບັນດາ ທ່ານອາດຈະເຫັນໄດ້ຢູ່ຕາມສາຍທາງຕ່າງໆເປ່ເພເປັນບາງຈຸດມີຂຸມນ້ອຍໃຫຍ່ເປັນຈໍານວນຫຼວງຫຼາຍ ຢູ່ຕາມສາຍທາງທີ່ມີລົດບັນທຸກທຽວທາງໃນແຕ່ລະວັນ, ສ່ວນຈຸດທີ່ເປັນ ຂົວມີຫຼາຍຈຸດທີ່ຂົວຫັກ ຍ້ອນຜູ້ປະກອບການບັນທຸກສິນຄ້າເກີນຂະໜາດ.


ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 3 ສິງຫາ 2018 ວ່າ: ພາຍຫຼັງລັດຖະບານ ໄດ້ມີຄໍາສັ່ງໃຫ້ດ່ານຕິດຊັ່ງນໍ້າໜັກ ຈໍານວນ 175 ແຫ່ງ ຢຸດເຊົາ ໃນປີ 2014 ແລ້ວຮັກສາເຮືອນ ແລະ ຊິງຊັ່ງຢູ່ບາງຈຸດ ທີ່ຢູ່ລຽບຕາມທາງເທົ່ານັ້ນ, ເຮັດໃຫ້ຫຼາຍຈຸດຖືກປິດແບບຖາ ວອນ ແລະ ສ່ວນບາງຈຸດທີ່ເປີດຢູ່ກໍມອບໃຫ້ເອກະຊົນເຂົ້າໄປຄຸ້ມຄອງບໍລິຫານຮ່ວມກັບລັດ; ດັ່ງນັ້ນ, ຈິ່ງສ້າງໂອ ກາດໃຫ້ແກ່ຜູ້ປະກອບການຂົນສົ່ງສິນຄ້າສວຍໃຊ້ຊ່ອງຫວ່າງໃນການບັນທຸກເກີນຂະໜາດ ເພື່ອຫາຜົນກໍາໄລໃນການ ຂົນສົ່ງສິນຄ້າແຕ່ລະຖຽວ ຍ້ອນວ່າສາຍທາງທີ່ລົດບັນທຸກຜ່ານບາງເສັ້ນບໍ່ມີສະຖານີຕິດຊັ່ງນໍ້າໜັກ.

ຫຼ້າສຸດ, ຢູ່ຫຼາຍ ເສັ້ນທາງ ແລະ ຫຼາຍຈຸດ ໃນຂອບເຂດທົ່ວປະເທດ ມີຂົວຫັກຫຼາຍແຫ່ງ ລັດຖະບານຈຶ່ງມີຄໍາສັ່ງໃຫ້ພາກສ່ວນທີ່ກ່ຽວ ຂ້ອງສ້າງຕັ້ງສະຖານີຕິດຊັ່ງນໍ້າໜັກທີ່ທັນສະໄໝຂຶ້ນພີ່ມອີກ 3 ຈຸດ ຄື: ເສັ້ນທາງ R3 ສາມແຍກນາເຕີຍແຂວງ ຫຼວງນໍ້າທາ, ເສັ້ນທາງເລກທີ 13 ໃຕ້ ບ້ານນາອິນ ແຂວງບໍລິຄໍາໄຊ ແລະ ເສັ້ນທາງເລກ 9 ບ້ານຄໍາເຕີຍ (ດົງເຫັນ) ແຂວງສະຫວັນນະເຂດ ເພື່ອຊ່ວຍຄວບຄຸມການຂົນສົ່ງທີ່ໜັກເກີນທີ່ສົ່ງຜົນຕໍ່ການຮັກສາສະພາບເສັ້ນທາງການສັນຈອນ ແລະ ຊ່ວຍຄວບຄຸມການຂົນສົ່ງສິນຄ້າໃຫ້ເປັນໄປຕາມມາດຕະຖານການຂົນສົ່ງ; ເຊິ່ງສະຖານີທັງ 3 ຈຸດ ທີ່ສ້າງຂຶ້ນແມ່ນເປັນຈຸດທົດລອງເຮັດໃນເບື້ອງຕົ້ນກ່ອນ.

ຫຼັງຈາກມີບົດຮຽນແລ້ວຈິ່ງຈະຂະຫຍາຍໄປໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາບັນທຸກເກີນຂະໜາດຮັບປະກັນໃຫ້ເສັ້ນທາງ ແລະ ຂົວໃນຂອບເຂດທົ່ວປະເທດສາມາດນໍາໃຊ້ໄດ້ຍາວນານ; ສະນັ້ນ, ເພື່ອເຮັດໃຫ້ສະຖານີ ທັງ 3 ຈຸດນີ້ ມີຄຸນນະພາບ ກະຊວງ ຍທຂ ໃນນາມຜູ້ຮັບຜິດຊອບຫຼັກ ຈະນໍາໃຊ້ລະບົບໄອທີເຂົ້າຊ່ວຍ ແລະ ມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດຈະແຈ້ງ ໝາຍຄວາມວ່າການຕິດຕາມກວດກາແມ່ນກະຊວງ ຍທຂ ເປັນຜູ້ເຮັດສ່ວນການຈັດຕັ້ງປະຕິບັດກວດກາການຂົນສົ່ງແມ່ນແຂວງເປັນຜູ້ຄຸ້ມຄອງ.


ເຖິງແມ່ນວ່າໃນປັດຈຸບັນ, ກະຊວງ ຍທຂ ແລະ ແຂວງ ໄດ້ສຸມໃສ່ກວດກາ ແລະ ຕິດຊັ່ງນໍ້າໜັກລົດບັນທຸກຢ່າງເປັນ ປົກກະຕິກໍຕາມ, ແຕ່ບັນຫາລັກລອບບັນທຸກເກີນຂະໜາດ ຍັງມີຫຼາຍກົງກັນຂ້າມຈຸດຕິດຊັ່ງນໍ້າໜັກພັດມີໝ້ອຍ ເຮັດ ໃຫ້ບໍ່ສາມາດຄວບຄຸມລົດທີ່ບັນທຸກເກີນໄດ້ໝົດທຸກຄັນ, ເມື່ອມີການກວດພົບລົດທີ່ບັນທຸກເກີນຂະໜາດ ກໍໄດ້ໃຊ້ ມາດຕະການໃນການປັບໃໝ ໂດຍນໍາເອົາງົບປະມານໃນການປັບໄໝເຂົ້າກອງທຶນທາງ; ສ່ວນຫຼາຍການປັບໃໝແມ່ນຈະ ບໍ່ໄດ້ຕາມຄາດໝາຍທີ່ວາງໄວ້ ຍ້ອນຜູ້ປະກອບການບໍ່ຍອມ ແລະ ຍອມຮັບບໍ່ໄດ້ຕໍ່ມາດຕະການປັບໄໝ; ບັນຫານີ້, ກະຊວງ ຍທຂ ກໍາລັງຊອກຫາວິທີແກ້ໄຂ ເພື່ອອໍານວຍຄວາມສະ ດວກໃຫ້ແກ່ຜູ້ປະກອບການຂົນສົ່ງສິນຄ້າ.

ສະເພາະລົດບັນທຸກທີ່ອະນຸຍາດສັນຈອນຕາມເສັ້ນທາງບົກ ໃນ ສປປ ລາວ (ຍົກເວັ້ນເສັ້ນທາງຫຼວງແຫ່ງຊາດ ເລກ 9, ເລກ 3 ແລະ ເລກ 4) ປະເພດລົດ 2 ເພົາ 4 ລໍ້ ບໍ່ເກີນ 9.500 ກິໂລກຼາມ, 2 ເພົາ 6 ລໍ້ໜັກບໍ່ເກີນ 14.100 ກິໂລກຼາມ, 3 ເພົາ 6 ລໍ້ ນໍ້າໜັກບໍ່ເກີນ 16.000 ກິໂລກຼາມ, 3 ເພົາ 10 ລໍ້ ນໍ້າໜັກບໍ່ເກີນ 23.200 ກິໂລ ກຼາມ, 4 ເພົາ 8 ລໍ້ ນໍ້າໜັກບໍ່ເກີນ 20.000 ກິໂລກຼາມ, 4 ເພົາ 12 ລໍ້ ໜັກບໍ່ເກີນ 27.200 ກິໂລກຼາມ; ລົດລາກ 3 ເພົາ 10 ລໍ້ ນໍ້າໜັກບໍ່ເກີນ 23.200 ກິໂລກຼາມ, 4 ເພົາ 14 ລໍ້ ນໍ້າໜັກບໍ່ເກີນ 32.300 ກິໂລກຼາມ, 5 ເພົາ 18 ລໍ້ນໍ້າ ໜັກບໍ່ເກີນ 41.400 ກິໂລກຼາມ, 6 ເພົາ 22 ລໍ້ ນໍ້າໜັກບໍ່ເກີນ 49.600 ກິໂລກຼາມ; ລົດພ່ວງ 2 ເພົາ 4 ລໍ້ ນໍ້າໜັກບໍ່ເກີນ 14.000 ກິໂລກຼາມ, 2 ເພົາ 6 ລໍ້ ນໍ້າໜັກບໍ່ເກີນ 16.100 ກິໂລກຼາມ, 2 ເພົາ 8 ລໍ້ ນໍ້າໜັກບໍ່ເກີນ 18.200 ກິໂລກຼາມ ແລະ 3 ເພົາ 12 ລໍ້ ນໍ້າໜັກບໍ່ເກີນ 27.300 ກິໂລກຼາມ; ຖ້າວ່າລົດຂົນສົ່ງຫາກບັນທຸກນໍ້າໜັກເກີນຈະຖືກປັບໄໝ, ເກັບຄ່າຄຸ້ມຄອງເສັ້ນທາງ ແລະ ເອົາສິນຄ້າສ່ວນໜັກເກີນລົງໄວ້, ເຊິ່ງຄ່າຄຸມຄອງເສັ້ນທາງ ແລະ ຄ່າປັບໃໝໄດ້ລະບຸໄວ ນັບແຕ່ 0,5-12,1 ໂຕນຂຶ້ນໄປ ຈະຖືປັບໄໝຄ່າເສຍຫາຍທາງ, ຄ່າບໍລິການຊັ່ງທີ່ໜັກເກີນ, ຄ່າຄຸ້ມຄອງທາງທີ່ແຕກຕ່າງກັນໄປ ແລະ ບວກຄ່າປັບໄໝນໍ້າໜັກເກີນອີກຖ້ຽວລະ 50.000 ກີບ ຕໍ່ຄັນ.


ການຂົນສົ່ງສິນຄ້າເປັນວຽກງານທີ່ສໍາຄັນໃນການດໍາລົງຊີວິດ, ກິດຈະກໍາຕ່າງໆຂອງຄົນໃນສັງຄົມ ແລະ ຊ່ວຍພັດທະ ນາເສດຖະກິດຂອງປະເທດ ໃຫ້ມີການຂະຫຍາຍຕົວ, ເຖິງແມ່ນວ່າການຂົນສົ່ງສິນຄ້າຈະມີຄວາມສໍາຄັນເທົ່າໃດກໍຕາມ ຖ້າວ່າຜູ້ປະກອບການບໍ່ປະຕິບັດລະບຽບການຂົນສົ່ງສວຍໂອກາດບັນທຸກເກີນ ກໍຈະມີຜົນກະທົບຕາມມາຫຼາຍຢ່າງ ເປັນ ຕົ້ນແມ່ນເຮັດໃຫ້ທາງເປ່ເພ ແລະ ເຮັດໃຫ້ຂົວທີ່ຮອງຮັບບໍ່ໄດ້ຫັກ. ບັນຫາດັ່ງກ່າວນີ້, ເຮັດໃຫ້ງົບປະມານໃນການປັບປຸງບູລະນະເສັ້ນທາງສູນເສຍໄປເປັນຈໍານວນຫຼວງຫຼາຍ; ສະນັ້ນ, ຜູ້ປະກອບການຄວນປະຕິບັດລະບຽບການຕ່າງໆໃຫ້ເຂັ້ມງວດ, ບັນທຸກບໍ່ເກີນຂະໝາດທີ່ທາງການກໍານົດໄວ້ ເພື່ອປົກປັກຮັກສາເສັ້ນທາງ ແລະ ຂົວໃຫ້ສາມາດນໍາໃຊ້ໄດ້ຢ່າງຍາວນານ.