ບໍລິສັດຮັກສາຄວາມປອດໄພ ແຂວງສະຫວັນນະເຂດ ຈໍາກັດ ແລະ ບໍລິສັດ ສະຫວັນຮັກສາຄວາມປອດໄພ ຈຳກັດ ໄດ້ມອບເງິນຈໍານວນ 12.500.000 ກີບ ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 8 ສິງຫາ 2018 ເພື່ອນໍາໄປຊ່ວຍເຫຼືອປະຊາຊົນເມືອງສະໜາມໄຊ ແຂວງອັດຕະປື ຜູ້ທີ່ຖືກຜົນກະທົບຈາກຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ, ກ່າວຮັບໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ.

ໃນພິທີ, ຕາງໜ້າທັງ 2 ບໍລິສັດ ໄດ້ກ່າວຈຸດປະສົງໃນການມອບເງິນໃນຄັ້ງນີ້ວ່າ: ທາງບໍລິສັດພວກເຮົາໄດ້ມີຄວາມ ເປັນຫ່ວງເປັນໄຍຕໍ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະ ໜາມໄຊ ແຂວງອັດຕະປື ເພື່ອເປັນການແບ່ງເບົາພາລະອັນໜັກໜ່ວງ, ຄວາມສູນເສຍ ແລະ ເຮັດໃຫ້ຜູ້ທີ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້ ກໍຄືຄອບຄົວຂອງຜູ້ເສຍຊີວິດໃຫ້ມີກໍາລັງໃຈໃນການດໍາລົງຊີວິດຕໍ່ໄປ.

ໂອກາດດຽວກັນ, ພັທ ລຳຄູນ ວໍລະວົງ ໄດ້ສະແດງຄວາມຂອບໃຈຕໍ່ 2 ບໍລິສັດ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ໃຫ້ການຊ່ວຍເຫຼືອຄັ້ງນີ້ ແລະ ເງິນຈຳນວນດັ່ງກ່າວ ຈະນຳເອົາໄປມອບຕໍ່ໃຫ້ຜູ້ປະສົບໄພພິບັດໃຫ້ຮອດໃຫ້ເຖິງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເລື້ອຍໆ.