ວັນທີ 9 ສິງຫາຜ່ານມານີ້, ກອງບັນຊາການ ປກສ ແຂວງອັດຕະປື ນຳໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າ ກອງບັນຊາການ ປກສ ແຂວງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ຄະນະນຳຂອງແຂວງ ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ຕາງໜ້າຮັບໂດຍ ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ ປະທານກວດກາແຂວງອັດຕະປື ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ເນື່ອງຈາກຄູກັ້ນນໍ້າເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ກອງບັນຊາການ ປກສ ແຂວງອັດຕະປື ນຳໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງ

ພົຈວ ທອງຈັນ ຈັນທະພົງ ໃຫ້ຮູ້ວ່າ: ການມອບເຄື່ອງໃນຄັ້ງນີ້ ແມ່ນເປັນການຊ່ວຍເຫຼືອບັນດາຜູ້ປະສົບໄພນໍ້າ ຖ້ວມໃຫ້ໄດ້ຮັບອາຫານການກິນທີ່ພຽງພໍ; ປະກອບມີນ້ຳດື່ມ ແລະ ໝີ່ ມູນຄ່າ 14 ລ້ານກີບ ພ້ອມເງິນສົດ 34 ລ້ານກີບ ເຊິ່ງໃນຈຳນວນເງິນດັ່ງກ່າວແມ່ນມອບໃຫ້ຫ້ອງວ່າການແຂວງ 20 ລ້ານກີບ.

ສ່ວນເງິນທີ່ເຫຼືອອີກ 14 ລ້ານກີບ ພ້ອມເຄື່ອງແບບຂອງກຳລັງປ້ອງກັນຄວາມສະຫງົບຈຳນວນໜຶ່ງ ແມ່ນຈະນຳໄປມອບໃຫ້ພະນັກງານ-ນັກຮົບຂອງກອງບັນຊາການ ປກສ ເມືອງສະໜາມໄຊ ຜູ້ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຕາມຄວາມເໝາະສົມ.

ຫຼັງຈາກນັ້ນ, ພັທ ສີເວີນ ແກ້ວສີວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ນຳພາພະນັກງານ-ນັກຮົບຫຼັກແຫຼ່ງ ລົງສົມທົບກັບກອງບັນຊາການ ປກສ ເມືອງສະໜາມໄຊ ແລະ ຫ້ອງວ່າການປົກຄອງເມືອງນຳເອົາເຄື່ອງໄປແຈກຢາຍໃຫ້ພໍ່-ແມ່ປະຊາຊົນຜູ້ປະສົບໄພທີ່ອາໄສຢູ່ຈຸດຕ່າງໆ ລວມໄປເຖິງ ພະນັກງານ-ນັກຮົບຂອງ ກອງບັນຊາການ ປກສ ເມືອງສະໜາມໄຊ ຜູ້ທີ່ຖືກຜົນກະທົບຈາກໄພພິບັດໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າມີກຳລັງແຮງໃຈ, ແຮງກາຍ, ມີຄວາມອົດທົນ, ສູ້ຊົນ ແລະ ຜ່ານຜ່າວິກິດການຄັ້ງນີ້ໄປພ້ອມໆກັນ.