ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ-ຊີ້ນຳວຽກງານການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ເມືອງໜອງແຮດ ໃນວັນທີ 8 ສິງຫາ 2018 ໂດຍເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂຮີບດ່ວນການແກ້ໄຂນ້ຳຍື່ງຖ້ວມບ້ານເຮືອນຂອງປະຊາຊົນ, ເສັ້ນທາງ ແລະ ຕາມບ້ານພັກຕ່າງໆ ໃຫ້ມີຄວາມວ່ອງໄວ ແລະ ທັນການ.

ທ່ານຮອງເຈົ້າແຂວງ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບແກ້ໄຂເບື້ອງຕົ້ນ ເປັນຕົ້ນແມ່ນນຳໃຊ້ລົດຈົກດິນລຽບຂ້າງທາງ ເພື່ອເຮັດໃຫ້ນໍ້າໄຫຼສະດວກ ແລະ ໃຫ້ບໍລິເວນນ້ຳຖ້ວມຂັງຢູ່ຕາມເສັ້ນທາງມີທ່າ ອ່ຽງຫຼຸດລົງ ເພາະເນື່ອງຈາກເສັ້ນທາງບາງຈຸດມີນໍ້າຖ້ວມຂັງ ແລະ ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກຫຼາຍມື້ ແລະ ບັນຫານໍ້າຍັງຖ້ວມເຮືອນປະຊາຊົນ 18 ຫຼັງຄາເຮືອນ, ເນື້ອທີ່ທຳການຜະລິດ ແລະ ຜົນຜະລິດຕ່າງໆຂອງປະຊາຊົນຈໍານວນໜຶ່ງ ແມ່ນໃຫ້ຮີບຮ້ອນຈັດຕັ້ງແກ້ໄຂໃຫ້ເປັນປົກກະຕິໂດຍໄວ.

ຫຼັງຈາກນັ້ນ, ທ່ານຮອງເຈົ້າແຂວງ ພ້ອມຄະນະຍັງໄດ້ມອບມຸ້ງ ຈຳນວນ 50 ດາງ, ເຮືອຈັກ 4 ລຳ, ຜ້າຫົ່ມ 100 ຜືນ, ເຕັ້ນ 7 ຊຸດ ແລະ ເຄື່ອງນຸ່ງຫົ່ມຈຳນວນ ໜຶ່ງໃຫ້ເມືອງໜອງແຮດ ເພື່ອນຳໃຊ້ ແລະ ແກ້ໄຂບັນຫາດັ່ງກ່າວໃນເບື້ອງຕົ້ນ.