ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ບໍລິສັດ ເສດຖາຜັກປອດ ສານພິດ ຈັດພິທີສະເຫຼີມສະຫຼອງລາງ ວັນ ຜູ້ປະກອບການແມ່ຍິງອາຊຽນດີເດັ່ນ (AWEN Award) 4 ຄັ້ງ ແຕ່ປີ 2015-2018 ພ້ອມທັງມອບໃບຍ້ອງຍໍ ໃຫ້ຜູ້ທີ່ໄດ້ຮັບລາງວັນດັ່ງກ່າວ ຈຳນວນ 21 ທ່ານ, ໃນວັນທີ 11 ສິງຫາ 2018 ໂດຍມີ ທ່ານ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຊິກສະ ມາຄົມດັ່ງກ່າວເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ ຍິງລາວ ໃຫ້ຮູ້ວ່າ: ພິທີດັ່ງກ່າວຈັດຂຶ້ນ ເພື່ອສະແດງຄວາມເອກອ້າງທະນົງໃຈ, ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງບັນດາທ່ານສະມາຊິກນັກທຸລະກິດ ແມ່ຍິງລາວທີ່ສາມາດພັດທະນາທຸລະກິດຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ ໃຫ້ສາມາດທຽມທັນກັບທຸລະກິດອື່ນໆໃນລະດັບອາຊຽນສະແດງອອກ, ແຕ່ປີ 2015-2018 ມີສະມາຊິກສະມາຄົມ ສາມາດຍາດໄດ້ລາງວັນດັ່ງກ່າວ 21 ທ່ານ.

ໃນນີ້ມີ: (ປີທີໜຶ່ງ) ທ່ານ ນາງ ບຸນເຮືອງ ລິດດັງ ຮອງປະທານກຸ່ມບໍລິ ສັດດາວເຮືອງ, (ປີທີສອງ) ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ບໍລິສັດ K&C Group, ທ່ານ ນາງ ມະໂນລາ ດາລາວົງ ອຳນວຍການຮ້ານອາຫານຄົວລາວ, ທ່ານ ນາງ ວຽງສຸດອຸລາ ເພັດສັງຫານ ອຳນວຍການຮ້ານຫັດຖະກຳອຳມະລິນໄໝລາວ, ທ່ານ ນາງ ວິດາລີ ຈັນທະຜາສຸກ ຮອງອຳນວຍການບໍລິສັດ SC ອອກແບບ, ທ່ານ ນາງ ລັດສະໝີ ເວດຊະພົງ ອຳນວຍການຮ້ານອາຫານແຊບອີ່ຫຼີ, ທ່ານ ນາງ ບຸນທະວີ ຈຸລະມະນີ ອຳນວຍການ ບໍລິສັດ ເກືອເວີນຄຳ, ທ່ານ ນາງ ເກດສະຫວັນ ປັນຍາທິບ ອຳນວຍການວາລະສານທາເກັດ, ທ່ານ ນາງ ອາລັງ ວັນທະຈັນ ຜູ້ຈັດການ ບໍລິສັດ ຮຸ່ງອາລຸນຂາເຂົ້າ-ຂາອອກ (ຫຼວງນ້ຳທາ).

(ປີທີສາມ) ທ່ານ ນາງ ປາດຖະໜາ ປັນຍາທິບ ອຳນວຍການໂຮງຮຽນນານາຊາດປັນຍາທິບ, ທ່ານ ນາງ ສົມສະນຸກ ໄຊຊະນະວົງເພັດ ອຳນວຍການຮ້ານປະຕູໄຊກາເຟ, ທ່ານ ນາງ ສີຟອງ ທະວີໄຊ ອຳນວຍການ ບໍລິສັດ ດາວສະຫວັນກາເມັນ; (ປີທີສີ່) ທ່ານ ນາງ ແກ່ນຈັນ ບຸດດາວົງ ປະທານບໍລິສັດຫົງຄຳພາກໃຕ້ (ຈຳປາສັກ), ທ່ານ ນາງ ດວງຕາມາດ ມະນີສອນ ປະທານກຸ່ມບໍລິສັດ ດີເອັມກໍ່ສ້າງ-ການຄ້າ, ທ່ານ ນາງ ບົວວຽງ ເພັດທະລານຄຳ ອຳນວຍການບໍລິສັດ ເຊດຖາຜັກປອດສານພິດ, ທ່ານ ນາງ ດາລີວັນ ສິດພະໄຊ ປະທານບໍລິສັດ ພູນເງິນການຄ້າຂາອອກ-ຂາເຂົ້າ, ທ່ານ ດຣ ນາງ ສີວິໄຊ ທັມມະລັງສີ ປະທານລາວອິນເຕີຄຼີນິກ, ທ່ານ ນາງ ສຸດສະດີ ລືໄຊ ອຳນວຍການບໍລິສັດ ລືໄຊກໍ່ສ້າງ, ທ່ານ ນາງ ຄອນສະຫວັນ ໄຊສຸລຽນ ອຳນວຍການບໍລິສັດ INFOTECH ບໍລິການເທັກໂນໂລຊີ, ທ່ານ ນາງ ຈຳປາທອງ ທະລົງແສງຈັນ ອຳນວຍ ການບໍລາສັດ Lao INTERTRADE ຈຳກັດຜູ້ດຽວ, ທ່ານ ນາງ ມະໂນທິບ ສິຣິປະພັນ ອຳນວຍການຮ້ານນາຣີ ກະເປົາປະຍຸກ.

ພິທີສະຫຼອງໃນຄັ້ງນີ້, ທ່ານ ນາງ ຈັນທະຈອນ ວົງໄຊ ກໍໄດ້ມອບໃບຍ້ອງຍໍໃຫ້ບັນດາຜູ້ປະກອບການແມ່ຍິງດີ ເດັ່ນ ທີ່ໄດ້ຮັບລາງວັນ AWEN Award.