ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ສິງຫານີ້ວ່າ: ທ່ານ ຢອງ-ຄຼອດ ຢຸງເກີ ປະທານຄະນະກໍາມາທິການເອີຣົບ (ອີຊີ) ເຊິ່ງເປັນອົງກອນບໍລິຫານຂອງສະຫະພາບເອີຣົບ (ອີຢູ) ກ່າວສະແດງຄວາມເສຍໃຈຕໍ່ທາງການອີຕາລີ ຫຼັງຈາກຂົວທາງດ່ວນໂມແຣນດີ ເຊິ່ງເປັນຂົວເຊື່ອມທາງດ່ວນໃນເມືອງເຈນົວ ຂອງອີຕາລີ ໄດ້ພັງຖະຫຼົ່ມລົງມາໃນວັນທີ 14 ສິງຫາທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຈໍານວນໜຶ່ງ.

ທ່ານ ຢຸງເກີ ກ່າວວ່າ: “ໃນນາມຂອງ ຄະນະກໍາມາທິການເອີຣົບ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວ ແລະ ມິດສະຫາຍຂອງຜູ້ເສຍຊີວິດ ແລະ ຕໍ່ຊາວອີຕາລີ. ພ້ອມນັ້ນ, ຂ້າພະເຈົ້າຂໍສົ່ງຄວາມປາຖະໜາດີໄປຍັງທຸກຝ່າຍທີ່ກ່ຽວຂ້ອງໃນປະຕິບັດການຊ່ວຍເຫຼືອຜູ້ປະສົບເຫດຮ້າຍໃນຄັ້ງນີ້”.

ຂະນະດຽວກັນ, ທ່ານ ໂດໂນ ທັສ ປະທານຄະນະລັດຖະມົນຕີເອີຣົບ ກ່າວວ່າ: “ຂ້າພະເຈົ້າຂໍສົ່ງໃຈ ແລະ ຄວາມຄິດຮອດຄິດເຖິງໄປຍັງຜູ້ທີ່ໄດ້ຮັບຜົນກະທົບ ລວມທັງຄອບຄົວຂອງທຸກຄົນ”.

ສໍານັກຂ່າວແອນຊາ ຂອງອີຕາລີ ລາຍງານໂດຍອ້າງແຫຼ່ງຂ່າວຈາກໜ່ວຍງານມອດໄຟ ວ່າ: ມີຜູ້ເສຍຊີວິດຢ່າງນ້ອຍ 35 ຄົນ ຈາກການພັງຖະຫຼົ່ມຂອງຂົວໂມແຣນດີ ເຊິ່ງຂົວດັ່ງກ່າວເຊື່ອມທາງຫຼວງສາຍ A1 ໄປທາງທິດຕາເວັນຕົກຂອງເມືອງເຈນົວ ແລະ ຖືກສ້າງຂຶ້ນໃນຊ່ວງປີ 1960.

ຂະນະເກີດເຫດ, ມີລົດ ແລະ ລົດບັນທຸກປະມານ 20 ຄັນ ກໍາລັງແລ່ນຜ່ານຂົວທາງດ່ວນ ສົ່ງຜົນໃຫ້ມີປະຊາຊົນຫຼາຍຄົນຕິດຄ້າງຢູ່ໃນລົດ ພາຍໃຕ້ຊາກຂົວດັ່ງກ່າວ. ທາງດ້ານໜ່ວຍກູ້ໄພ ໄດ້ເລັ່ງຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບ ແຕ່ສະພາບອາກາດທີ່ມີຝົນຕົກໜັກ ໄດ້ເປັນອຸປະສັກຕໍ່ການປະຕິບັດການຂອງເຈົ້າໜ້າທີ່.