ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ສິງຫານີ້ວ່າ: ລົດໂດຍສານທີ່ມີນັກເດີນທາງຈາກໂກລົມບີ ແລະ ເວເນຊູເອລາ ປະສົບອຸບັດຕິເຫດຕໍາກັນໃນເອກວາດໍ ໃນຕອນເຊົ້າຂອງວັນທີ 14 ສິງຫາ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ ແລະ ບາດເຈັບອີກ 22 ຄົນ.

ເຈົ້າໜ້າທີ່ຄວາມໝັ້ນຄົງເອກວາດໍ ໄດ້ກ່າວວ່າ: ຜູ້ເສຍຊີວິດເປັນຊາວເວເນຊູເອລາ ແລະ ໂກລົມບີ ແຕ່ບໍ່ຮູ້ຈໍານວນທີ່ຊັດເຈນ ໂດຍໄດ້ແຈ້ງເຫດໄປຫາສະຖານທູດຂອງທັງສອງປະເທດໃນນະຄອນຫຼວງກີໂຕ ໃຫ້ຮັບຮູ້ແລ້ວ ແລະ ຜູ້ເຄາະຮ້າຍສ່ວນຫຼາຍເປັນຊາວໂກລົມບີ. ລົດໂດຍສານຄັນດັ່ງກ່າວຕິດປ້າຍທະບຽນຕ່າງປະເທດ ຂະນະແລ່ນຢູ່ເທິງທາງຫຼວງຫ່າງໄປ 30 ກິໂລແມັດ ທາງທິດຕາເວັນອອກຂອງນະຄອນຫຼວງກີໂຕ ປະສົບອຸບັດຕິເຫດຕໍາກັບລົດອີກຄັນໜຶ່ງ ແລະ ເສຍຫຼັກໄຫຼໄປຕໍາກັບເຮືອນອີກ 3 ຫຼັງທີ່ຢູ່ແຄມທາງ ເປັນເຫດໃຫ້ຊາວເອກວາດໍ 3 ຄົນ ຢູ່ໃນລົດຄູ່ກໍລະນີເສຍຊີວິດເຊັ່ນກັນ; ຂະນະນີ້, ເຈົ້າໜ້າທີ່ເອກວາດໍ ກໍາລັງເລັ່ງພິສູດສົບຊາວໂກລົມບີ ແລະ ເວເນຊູເອລາ.