ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູງກາງພັກຄັ້ງທີ່ 6 ສະໄໝທີ X ຂອງພັກ ໃນວັນທີ 13 ສິງຫາ 2018 ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ, ມີຮອງປະທານສານ, ບັນດາໜ່ວຍພັກ ແລະ ສະມະຊິກພັກ, ພະນັກງານລັດຖະກອນ ພາຍໃນເຂົ້າຮ່ວມ.

ເອກະສານທີ່ມາເຜີຍແຜ່ ປະກອບມີ: ມະກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູງກາງພັກ ຄັ້ງທີ 6 ສະໄໝທີ X ຂອງພັກ; ມະຕິຕົກລົງ ສະບັບເລກທີ 02/ຄພ.ສປສສ ລົງວັນທີ 16 ກຸມພາ 2018 ຂອງຄະນະບໍລິຫານງານພັກ ວ່າດ້ວຍ ການມອບບັດສະມາຊິກໃຫ້ສະມາຊິກພັກສົມບູນ; ເພື່ອເປັນການເຮັດໃຫ້ພະນັກງານ-ລັດທະກອນ ທຸກຂະແໜງການມີຄວາມເອກະພາບ, ສາມາດນໍາເອົາຄວາມຮູ້-ຄວາມສາມາດມາປະຕິບັດເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຄຸນນະພາບທາງດ້ານປະລິມານໂດຍທາງກົງ ແລະ ທາງອ້ອມ.

ໂອກາດນີ້, ໃນພິທີ ຍັງໄດ້ມອບບັດສະມາຊິກພັກສົມບູນ ຊຸດທີ III ໃຫ້ສະມະຊິກພັກພາຍໃນສານປະຊາຊົນສູງສຸດ ແລະ ປະກາດການສັບຊ້ອນພະນັກງານພາຍໃນກົງຈັກການຈັດຕັ້ງ ຂອງສານປະຊາຊົນສູງສຸດ ເພື່ອເປັນການປັບປຸງທາງດ້ານການປະຕິບັດການຈັດຕັ້ງວຽກງານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນນະພາບ ແລະ ປະລິມານຂຶ້ນກວ່າເກົ່າ.