ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 67 ກວ່າລ້ານກີບ ໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊ ນໍ້ານ້ອຍແຕກ ຢູ່ເມືອງມະຫາໄຊ ແຂວງອັດຕະປື ໃນອາທິດທີ່ຜ່ານມານີ້, ຕາງໜ້າຮັບໂດຍ ທ່ານ ບົວພົນ ແສງຈັນ ເຈົ້າ ເມືອງໆມະຫາໄຊ.

ທ່ານເຈົ້າເມືອງໆມະຫາໄຊ ໄດ້ລາຍງານກ່ຽວກັບສະພາບນ້ຳຖ້ວມທີ່ເມືອງມະຫາໄຊ ໂດຍເລີ່ມແຕ່ວັນທີ 23 ກໍລະ ກົດ 2018 ເປັນຕົ້ນມາ, ມີບ້ານທີ່ຖືກນ້ຳຖ້ວມ 56 ບ້ານ, ມີ 2.991 ຄອບຄົວ, ເນື້ອທີ່ທໍາການຜະລິດຖືກນໍ້າຖ້ວມທັງໝົດ 3.000 ກວ່າເຮັກຕາ ແລະ ບ້ານທີ່ຖືກນ້ຳຖ້ວມຫຼາຍທີ່ສຸດແມ່ນບ້ານທີ່ຢູ່ລຽບຕາມແມ່ນ້ຳເຊບັ້ງໄຟ ແລະ ຫ້ວຍນ້ຳອຸລາ, ພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມທາງບົກເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ເຊິ່ງມີຫຼາຍຈຸດບໍ່ສາມາດສັນຈອນໄປ-ມາໄດ້; ນອກນັ້ນ, ຍັງຖືກຕັດກະແສໄຟຟ້າຈຳນວນ 12 ບ້ານ, ໂຮງຮຽນ ຫຼາຍແຫ່ງຖືກນ້ຳຖ້ວມ ຕະຫຼອດຮອດວັດ ແລະ ສຸກສາລາ ເຊິ່ງສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ການຜະລິດຂອງພໍ່-ແມ່ປະຊາຊົນເປັນຈຳນວນຫຼວງຫຼາຍ. ຕໍ່ກັບສະພາບການດັ່ງກ່າວ, ທາງເມືອງກໍ ໄດ້ສົມທົບກັບການນຳຂອງແຂວງ ແລະ ພາກສ່ວນອົງການຈັດຕັ້ງຕ່າງໆ ເພື່ອລະດົມການຊ່ວຍເຫຼືອທາງດ້ານວັດຖຸ ແລະ ເງິນ ເພື່ອເຂົ້າຊ່ວຍເຫຼືອຜູ້ປະສົບໄພດັ່ງກ່າວ; ປັດຈຸບັນ, ການຊ່ວຍເຫຼືອທັງໝົດ ລວມມີ: ເງິນສົດຈໍານວນ 78 ລ້ານກວ່າກີບ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາແກ້ປວດພະຍາດ ຄິດເປັນມູນຄ່າ 1 ຕື້ກວ່າກີບ; ແຕ່ເຖິງຢ່າງໃດກໍຕາມ, ສະພາບນໍ້າໃນປັດຈຸບັນເຫັນວ່າເລີ່ມຫຼຸດລົງຢ່າງຕໍ່ເນື່ອງ ຖ້າຫາກບໍ່ມີຝົກຕົກຕື່ມ ຄາດວ່າສະພາບບ້ານເຮືອນຂອງພໍ່-ແມ່ປະຊາຊົນຈະເຂົ້າສູ່ສະພາບປົກກະຕິ.

ໂອກາດດຽວກັນ, ທ່ານ ປອ ບຸນ ປອນ ບຸດຕະນະວົງ ໄດ້ມີທິດຊີ້ນຳຕໍ່ຄະນະພັກ, ອຳນາດການປົກຄອງທຸກພາກ ສ່ວນ ຈົ່ງສືບຕໍ່ຕິດຕາມສະພາບການຢ່າງເປັນປົກກະຕິ ແລະ ເປັນເຈົ້າການໃນການກະກຽມຄວາມພ້ອມໃນການຟື້ນຟູ ຖານການຜະລິດ ແລະ ຊີວິດການເປັນຢູ່ຂອງພໍ່-ແມ່ປະຊາຊົນ ໂດຍສະເພາະຕ້ອງໄດ້ເອົາໃຈໃສ່ເກັບກຳສະຖິຕິຜົນເສຍຫາຍໃຫ້ລະອຽດ, ຊັດເຈນໃນແຕ່ລະຂົງເຂດ ເພື່ອກຳນົດທິດທາງໃນການແກ້ໄຂໃຫ້ສົມເຫດ-ສົມຜົນ; ຫຼັງຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມໂຮງງານຄຳມ່ວນຊີມັງລາວ ຈຳກັດ ເຊິ່ງເປັນບໍລິສັດໜຶ່ງທີ່ຢູ່ໃນເມືອງມະຫາໄຊ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳ ຖ້ວມໃນຄັ້ງນີ້.