ທ້າວ ພັນມະຫາ ອິນສີຊຽງໃໝ່  ພ້ອມດ້ວຍລູກຊາຍ-ລູກສາວ, ແມ່ເຖົ້າ ແລະ ຍາດພີ່ນ້ອງ ຂໍແຈ້ງຂ່າວຫານາງ ຮ່ວງຄຳ ທີ່ອອກຈາກເຮືອນຕັ້ງແຕ່ວັນທີ 6 ກໍລະກົດ 2018 ແລະ ມາຮອດປັດຈຸບັນ ຜູ້ກ່ຽວຍັງບໍ່ທັນກັບຄືນໄປເຮືອນ.

ຖ້າຜູ້ໃດຮູ້ຈັກ ຫຼື ພົບເຫັນ ກະລຸນາແຈ້ງໃຫ້ຜູ້ກ່ຽວກັບຄືນເມືອເຮືອນແດ່ ເພາະວ່າພໍ່ຂອງ ນາງ ຮ່ວງຄຳ ເສຍຊີວິດ ແລ້ວໃນວັນທິ 4 ສິງຫາ 2018 ເພື່ອໄປເຮັດບຸນໃຫ້ພໍ່.

ຂໍຂອບໃຈ