ວັນທີ 1 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງກວດກາການປະຕິບັດວຽກງານຂອງກອງບັນຊາການກູ້ໄພພິບັດທີ່ປະຈຳຢູ່ແຕ່ລະຈຸດພາຍໃນເມືອງສະໜາມໄຊ

ພ້ອມທັງຢ້ຽມຢາມປະຊາຊົນທີ່ສູນພັກຊົ່ວຄາວ ເພື່ອກວດກາການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ການລົງກວດກາ ແລະ ຢ້ຽມຢາມຄັ້ງນີ້, ພົຕ ຄຳລຽງ ອຸທະໄກສອນ ຫົວໜ້າຄະນະກອງບັນຊາການກູ້ໄພພິບັດ ໄດ້ລາຍງານສະພາບລວມຂອງໄພພິບັດ ແລະ ຂັ້ນຕອນຂອງການຊ່ວຍເຫຼືອຜູ້ປະສົບໄພໃນເບື້ອງຕົ້ນ ເຊິ່ງເອົາໃຈໃສ່ເບິ່ງແຍງຊີວິດການເປັນຂອງຄອບຄົວທີ່ຂາດທີ່ພັກອາໄສ ໂດຍການສະໜອງທີ່ພັກເຊົາຊົ່ວຄາວ ພ້ອມທັງແຈກຢາຍອາຫານການກິນ, ປິ່ນປົວດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ມີສະພາບດີຂຶ້ນ.

ສະເພາະການປະຕິບັດໜ້າທີ່ຄົ້ນຫາຜູ້ສູນຫາຍ ແລະ ຄົ້ນຫາຊາກສົບແມ່ນຍັງພົບຄວາມຫຍຸ້ງຍາກ ເຊັ່ນ: ຂີ້ຕົມ, ຊາກໄມ້ໃຫຍ່, ບາງບ່ອນທີ່ບໍ່ສາມາດນຳລົດເຂົ້າໄດ້ ແລະ ບາງມື້ກໍເກີດມີຝົນຕົກ.

ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມການດຳລົງຊີວິດການເປັນຢູ່ຂອງປະຊາຊົນທີ່ສູນພັກເຊົາຊົ່ວຄາວ ແລະ ບັນດາໝູ່ບ້ານຕ່າງໆທີ່ໄດ້ຮັບຜົນກະທົບໃນຄັ້ງນີ້;

ທ່ານຍັງໄດ້ໂອ້ລົມຄະນະກອງບັນຊາກູ້ໄພພິບັດຢູ່ຈຸດຕ່າງໆ ໂດຍສະເພາະແມ່ນພາກສະໜາມ ຈົ່ງສຸມເຫື່ອແຮງໃນການຊອກຫາຜູ້ທີ່ຍັງສູນຫາຍໃຫ້ຄົບຕາມຈຳນວນ,

ສິ່ງສຳຄັນແມ່ນການຈັດສັນຄວາມເປັນຢູ່ຂອງປະຊາຊົນໃນຂັ້ນຊົ່ວຄາວ ແລະ ຖາວອນ ພ້ອມຊ່ວຍເຫຼືອເບິ່ງແຍງດ້ານສຸຂະພາບລວມທັງຈິດໃຈຮັບປະກັນການຊ່ວຍເຫຼືອຢ່າງເຕັມເມັດ, ເຕັມໜ່ວຍ ແລະ ຮີບດ່ວນ.