ໝາກ​ຕານ​ ຫຼາຍ​ຄົນອາດຈະ​ຮູ້ຈັກ​ດີ ເພາະ​ນອກຈາກ​ຈະ​ກິນ​ແຊບ​ແລ້ວ ເວ​ລາໜ່ວຍມັນ​ແກ່ໆ​ຈົນ​ອອກ​ເປັນ​ຈາວ​ແລ້ວ​ກໍ​ຍັງມີ​ຄຸນປະໂຫຍດ​ຢ່າງ​ຫຼວງຫຼາຍ ໂດຍ​ສະເພາະ​ໃຊ້ໃນ​ການໃຊ້ປິ່ນປົວ​ໜິ້ວ​ຖົງ​ບີ, ພາວະ​ນ້ຳບີ​ຂຸ້ນ, ອາ ຫານ​ບໍ່​ຍ່ອຍ, ທ້ອງ​ອືດ​ຊຳ​ເຮື້ອ, ກົດ​ໄຫຼ​ຢ້ອນ ຈາກ​ລະບົບ​ຍ່ອຍ​ອາຫານ​ຜິດ​ປົກກະຕິ​. ສໍາລັບທ່ານໃດ​ທີ່ປິ່ນປົວ​ອາການ​ກົດ​ໄຫຼ​ຢ້ອນ​ມາ​ດົນແລ້ວ ແລະ ບໍ່​ເຫັນ​ຜົນ ໃຫ້ທົດ​ລອງໃຊ້​ວິທີ​ດັ່ງຕໍ່ໄປນີ້. ຈາວ​ຕານ ​ມີ​ລັກສະນະ​ຄ້າຍຄື​ກັບ​ຈາວ​ໝາກພ້າວ, ເຊິ່ງມັນ​ເກີດ​ຈາກ​ໝາກ​ຕານ​ແກ່​ ທີ່​ເລີ່ມ​ຈະ​ອອກ​ເປັນຕົ້ນ​ແລ້ວ ມີ​ຣົດ​ຊາດ​ມັນໆ ແລະ​ ຫວານ.

ວິທີຮັບປະທານ: ໃຫ້​ກິນ​ຈາວ​ຕານ​ສົດໆ ​ຄັ້ງ​ລະ 1 ໜ່ວຍ ຄື: ຕອນ​ທ່ຽງ, ບ່າຍ​ສາມ​ໂມງ ແລະ ​ຕອນ 9 ໂມງແລງ, ເຊິ່ງ​ໃນໄລຍະເວລາ​ນີ້​ເປັນ​ເວລາ​ຂອງ​ນ້ຳບີມີການເຮັດວຽກຫຼາຍຂຶ້ນ. ສຳລັບຜູ້ປ່ວຍໃຫ້ກິນຈາວຕານ​ຕິດຕໍ່​ກັນ 3-7 ມື້​ ແລ້ວແຕ່​ອາການ​ຄົນເຈັບ; ​ໄລຍະ​ທີ່​ກິນ​ຈາວຕານນີ້ ແມ່ນ​ຫ້າມ​ກິນ​ອາຫານ​ທີ່​ຍ່ອຍຍາກ, ອາຫານ​ທີ່​ມີ​ໄຂມັນ​ສູງ ເຊັ່ນ: ນົມ, ເນີຍ ແລະ ​ອາຫານ​ທີ່​ມີ​ຣົດ​ຊາດ​ເຂັ້ມ​ຂຸ້ນ, ປະເພດເຄັມ, ຫວານ ແລະ ​ເຜັດ. ຖ້າ​ປະຕິບັດ​ໄດ້​ຈາວ​ຕານ​ຈະ​ຄ່ອຍໆ​ລະລາຍ​ໜິ້ວ ໃນ​ຖົງ​ບີ​ເທື່ອ​ລະ​ໜ້ອຍ ໂດຍສັງເກດ​ອາການວ່າ​ ເຫັນ​ຜົນ ຫຼື ບໍ່​ໄດ້ ​ຈາກ​ພາວະ​ທ້ອງ​ອືດ, ອາຫານ​ບໍ່​ຍ່ອຍ​ທີ່​ຈະ​ຄ່ອຍໆ​ຫຼຸດ​ລົງ​ເຫັນໄດ້​ຈະແຈ້ງ​ພາຍ​ໃນ 5-7 ມື້.

ແນວໃດກໍຕາມ, ການກິນຈາວຕານ ເພື່ອປິ່ນປົວພະຍາດໜິ້ວໃນຖົງບີ ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນທາງການເທື່ອ.