ກອງປະຊຸມສະຫຼຸບວຽກງານສຶກສາ ປກຊ-ປກສ ທົ່ວປະເທດ ຄັ້ງທີ I

0
2336

ສະພາສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານສຶກສາ ປກຊ-ປກສ ທົ່ວປະເທດ ຄັ້ງທີ I ຂຶ້ນໃນວັນທີ 6 ທັນວາ 2019 ໂດຍການເປັນປະທານຂອງ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະທານສະພາສຶກສາ ປກຊ-ປກສ ສູນກາງ, ໂດຍມີ ບັນດາຄະນະປະທານສຶກສາ ປກຊ-ປກສ, ການນໍາຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພົຕ ສີດາລໍ່ ຈົ່ງເຕັ່ງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານສຶກສາ ປກຊ-ປກສ 5 ປີ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ວ່າ:

5 ປີຜ່ານມາ (2014-2019), ຄະນະສະພາສຶກສາ ປກຊ-ປກສ ໄດ້ຈັດຕັ້ງການສຶກສາອົບຮົມວຽກງານ ປກຊ-ປກສ ເຂົ້າສູ່ປວງຊົນທຸກຊັ້ນຄົນ, ເຮັດໃຫ້ເຂົາເຈົ້າຮັບຮູ້, ເຊື່ອມຊຶມກໍາແໜ້ນເນື້ອໃນ, ຄວາມໝາຍ-ຄວາມສໍາຄັນ ແລະ ຄວາມຈຳເປັນຂອງວຽກງານດັ່ງກ່າວ, ເພື່ອເຮັດໃຫ້ທົ່ວປວງຊົນ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ຮອບດ້ານ, ໄດ້ເອົາໃຈໃສ່ຊີ້ນໍາການສຶກສາວຽກງານ ປກຊ-ປກສ ຢູ່ໂຮງຮຽນ ແລະ ສະຖາບັນຕ່າງໆຢ່າງຕັ້ງໜ້າ ເປັນຕົ້ນຄື:

  • ສໍາລັບຂັ້ນໂຮງຮຽນມັດທະຍົມຕອນປາຍ ຊັ້ນ ມໍ5-ມໍ7 ມີ 726 ແຫ່ງ ໄດ້ຈັດຕັ້ງຮໍ່າຮຽນວິຊາສຶກສາ ປກຊ-ປກສ 638 ແຫ່ງ ສັງລວມຈໍານວນນັກຮຽນນັກສຶກສາ ແຕ່ປີ 2014-2019 ມີຈໍານວນ 643.876 ຄົນ ຍິງ 256.781 ຄົນ
  • ຂັ້ນວິທະຍາໄລ, ມະຫາວິທະຍາໄລ, ເຕັກນິກວິຊາຊີບ ທັງພາກລັດ ແລະ ເອກະຊົນ ມີຈໍານວນ 48.352 ຄົນ ຍິງ 22.468 ຄົນ

ນອກນີ້, ຍັງໄດ້ຈັດຕັ້ງ ກອງປະຊຸມເອກະພາບນໍາໃຊ້ຫຼັກສູດ ແລະ ປຶ້ມຄູ່ມືວິຊາສຶກສາ ປກຊ-ປກສ ໃຫ້ ກອງບັນຊາການທະຫານ, ປກສ ແຂວງ, ນະຄອນຫຼວງ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ໂຮງຮຽນເຕັກນິກວິຊາຊີບ, ວິທະຍາໄລ, ມະຫາວິທະຍາໄລ ທັງພາກລັດ ແລະ ເອກະຊົນ ໃນທົ່ວປະເທດ.

ທິດທາງແຜນການ 5 ປີຕໍ່ໜ້າ, ຄະນະສະພາສຶກສາ ປກຊ-ປກສ ຍັງຈະເອົາໃຈໃສ່ເຮັດໃຫ້ ວຽກງານສຶກສາອົບຮົມແນວທາງ ປກຊ-ປກສ ເຂົ້າສູ່ປວງຊົນ, ເຮັດໃຫ້ປະຊາຊົນທຸກຄົນ, ທຸກເພດ, ທຸກໄວ ໄດ້ຮໍ່າຮຽນເຊື່ອມຊຶມຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນພັນທະໜ້າທີ່ຂອງປວງຊົນທີ່ແທ້ຈິງ, ສ້າງໃຫ້ທຸກຄົນໃນສັງຄົມມີຄວາມຕື່ນຕົວເຂົ້າຮ່ວມ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ.

ນອກຈາກນັ້ນ, ກໍໃຫ້ຖືເອົາການສຶກສາອົບຮົມແນວທາງ ປກຊ-ປກສ ທົ່ວປວງຊົນ ເຂົ້າໃນຫຼັກສູດການຮຽນ-ການສອນ ຢູ່ໃນໂຮງຮຽນທຸກແຫ່ງຂອງລັດ ແລະ ເອກະຊົນ ທົ່ວປະເທດ ຕາມຄວາມເໝາະສົມຂອງແຕ່ລະຊັ້ນຮຽນ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີ ເພື່ອໃຫ້ເຂົາເຈົ້າເຂົ້າໃຈ ແລະ ມີຈິດສໍານຶກກ່ຽວກັບວຽກງານດັ່ງກ່າວ, ເຊິ່ງທຸກຊັ້ນຮຽນ ຕ້ອງຖືເອົາວິຊານີ້ ເປັນວິຊາສໍາຄັນຄືກັບວິຊາອື່ນໆ ໃຫ້ມີຄຸນນະພາບດີກວ່າເກົ່າ.