ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ດໍາເນີນມາຕັ້ງແຕ່ວັນທີ 7 ພະຈິກ 2019 ມາເຖິງ ວັນທີ 6 ທັນວາ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ, ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍ ການນໍາພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ທັງເປັນ ປະທານກອງປະຊຸມ ໄດ້ກ່າວປິດກອງປະຊຸມ ວ່າ:

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ດໍາເນີນມາເປັນເວລາ 20 ວັນ, ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ ບົນຈິດໃຈເສີມຂະຫຍາຍສິດປະຊາທິປະໄຕ ແລະ ຄວາມຮັບຜິດຊອບສູງຂອງ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ.

ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາ ກົດໝາຍ ຈໍານວນ 8 ສະບັບ ແລະ ມະຕິ 11 ສະບັບ ດ້ວຍຄະແນນສຽງສ່ວນຫຼາຍ; ເຊິ່ງໄດ້ເປັນພື້ນຖານທາງດ້ານນິຕິກໍາທີ່ສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການຄ້ໍາປະກັນ, ການປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ກໍຄື ການປະຕິບັດພັນທະພື້ນຖານຂອງ ພົນລະເມືອງຕໍ່ລັດ.

ພ້ອມທັງພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນຂອງປະເທດຊາດ ເຊັ່ນ: ໄດ້ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ບຸກຄະລາກອນຜູ້ໃໝ່ຂອງ ຄະນະລັດຖະບານ ຈໍານວນ 2 ຕໍາແໜ່ງ ຄື:

  • ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ
  • ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ກອງປະຊຸມ ໄດ້ມີການປະກອບຄຳເຫັນໃສ່ ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2010 ແລະ ທິດທາງປະຈໍາປີ 2020.

ບໍ່ພຽງເທົ່ານັ້ນ, ກອງປະຊຸມ ຍັງມີການຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການຊີ້ນໍາ-ນໍາພາ ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ປຸກລະດົມໃຫ້ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ກໍຄື ປະຊາຊົນລາວບັນດາເຜົ່າ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປີ 2019 ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ; ເຊິ່ງທັງໝົດນີ້ ກໍເພື່ອເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ.

ຄຽງຄູ່ກັນນີ້, ກອງປະຊຸມ ຍັງໄດ້ປະກອບຄວາມເຫັນຢ່າງກົງໄປ-ກົງມາ ຕໍ່ບັນດາຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ອຸດຕັນໃນການຄຸ້ມຄອງ, ບໍລິຫານລັດທາງດ້ານເສດຖະກິດ-ສັງຄົມ, ພ້ອມທັງ ສະເໜີຫຼາຍມາດຕະການ ແລະ ວິທີການແກ້ໄຂຕົວຈິງ ເພື່ອສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2020 ໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້.