ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເເຂວງ ສະຫວັນນະເຂດ ສາມາດມ້າງກຸ່ມແກ້ງ ຄ້າຂາຍຢາເສບຕິດ ປະເພດຢາບ້າ ໄດ້ 2 ກຸ່ມ ຈັບຜູ້ຖືກຫາໄດ້ 12 ຄົນ ລວມຂອງກາງ 70.000 ເມັດ ໃນທ້າຍເດືອນພະຈິກ 2019.

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ເປີດເຜີຍໃນອາທິດຜ່ານມາວ່າ: ເລື່ອງທີ່ 1: ແມ່ນຈັບກຸມໄດ້ໃນວັນທີ 23 ພະຈິກ 2018 ຢູ່ເຮືອນພັກ ເຂດບ້ານຫຼັກເມືອງ ເມືອງສອງຄອນ ແຂວງສະຫວັນນະເຂດ ມີຜູ້ຖືກຫາ 9 ຄົນ ຍິງ 2 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 20 ມັດ ເທົ່າກັບ 40.000 ເມັດ.

ຜູ້ຖືກຫາທັງ 9 ຄົນ ຊື່ທ້າວ ສາລີ ອາຍຸ 70 ປີ ບ້ານຫຼັກເມືອງ, ທ້າວ ເຫຼື້ອມ ອາຍຸ 53 ປີ ບ້ານປາກຊ່ອງ, ນາງ ວິວັນ ອາຍຸ 34 ປີ ບ້ານນາຄໍານົນ, ນາງ ແກ້ວ ອາຍຸ 43 ປີ ບ້ານນາຄໍານົນ, ນາງ ອ່ອນຕາ ອາຍຸ 36 ປີ ບ້ານນາຟອງຕິ້ວ, ທ້າວ ກອງມາ ອາຍຸ 49 ປີ ບ້ານນາຝອງຕິ້ວ, ທ້າວ ໄພໂລດ ຢູ່ບ້ານນາສະນະ ອາຍຸ 49 ປີ ບ້ານນາໜອງຜື ທັງ 7 ຄົນ ຂຶ້ນກັບເມືອງສອງຄອນ ແລະ ທ້າວ ກອງຈັນ ອາຍຸ 49 ປີ ບ້ານຕາດໄຮ ເມືອງພີນ, ນາງ ຕຸວິ ອາຍຸ 40 ປີ ບ້ານຫ້ວຍຂະຫຍອງ ເມືອງໄຊພູທອງ, ທັງ 9 ຄົນ ຢູ່ແຂວງສະຫວັນນະເຂດ.

ຜ່ານການສອບສວນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວເປັນຂອງພວກກ່ຽວແທ້; ເຊິ່ງໄດ້ເອົາຢາບ້າມາໂຮມກັນໄດ້ຈໍານວນ 40.000 ເມັດ ເພື່ອຈະຂາຍໃຫ້ຜູ້ສັ່ງຊື່ທີ່ນັດຂາຍຢູ່ເຮືອນພັກ ເຂດບ້ານຫຼັກເມືອງ ເມືອງສອງຄອນ. ພໍໄປຮອດກໍຖືກເຈົ້າໜ້າທີ່ກັກຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ ແລະ ປືນສັ້ນຫັນລີ 1 ກະບອກ ພ້ອມລູກປືນ 5 ລູກ, ລົດຈັກ 1 ຄັນ, ໂທລະສັບ 10 ເຄື່ອງ, ເງິນ 227.500 ບາດ, ສາຍຄໍຄໍາ ຈໍານວນ 1 ເສັ້ນ, ປະຫຼັກແຂນຄໍາ 4 ເສັ້ນ, ປຶ້ມບັນຊີເງິນຝາກທະນາຄານ ຈໍານວນ 2 ເຫຼັ້ມ, ລົດກະບະລີໂວ້ ສີຂາວ 1 ຄັນ.

ເລື່ອງທີ່ 2: ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເເຂວງສະຫວັນນະເຂດ ຈັບໄດ້ໃນວັນ ທີ 28 ພະຈິກ 2019 ມີຜູ້ຖືກຫາຈໍານວນ 3 ຄົນ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 15 ມັດ ເທົ່າກັບ 30.000 ເມັດ, ປືນສັ້ນ ປະເພດ VZ ຈໍານວນ 1 ກະບອກ ພ້ອມລູກປືນ 7 ລູກ, ປືນປິ່ນແວງ 1 ກະ ບອກ, ລົດຈັກເວບ 1 ຄັນ, ໂທລະສັບ 5 ເຄື່ອງ, ເງິນ 477.000 ບາດ, ສາຍຄໍຄໍາ 2 ເສັ້ນ, ແຫວນຄໍາ 2 ວົງ, ຕ້າງຄໍາ 2 ວົງ, ລົດ ເກັ່ງຮຸນໄດ Eon 1 ຄັນ.

ຜູ້ຖືກຫາທັງ 3 ຄົນ ຊື່ ທ້າວ ວົງ ພະຈັນ ຫຼື ປູຍ ອາຍຸ 24 ປີ ຢູ່ບ້ານຫົວເມືອງເໜືອ, ທ້າວ ນວນແກ້ວ ອາຍຸ 57 ປີ ຢູ່ບ້ານນາແກ ທັງ 2 ຄົນ ຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ທ້າວ ວຽງພອນ ຫຼື ເປີ້ນ ອາຍຸ 22 ປີ ຢູ່ບ້ານທ່າແຂກເໜືອ ເມືອງທ່າແຂກ ແຂວງຄໍາມ່ວນ.

ທັງ 2 ຄະດີ, ຍັງຢູ່ໃນຂັ້ນຕອນຂອງການດໍາເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະ ເພາະ ເພື່ອຂະຫຍາຍຜົນຫາກຸ່ມແກ້ງທີ່ພົວພັນກັບຢາເສບຕິດນໍາກັນ ເພື່ອນໍາຈັບຕົວໄປດໍາເນີນຄະດີຕາມກົດໝາຍ.