ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດຈະລາຈອນ ກັນ ແລະ ມອດໄຟ ພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ສຶກສາອົບຮົມນັກຂັບຂີ່ລົດທີ່ດັດແປງສະພາບເຕັກນິກລົດ 28 ພະຈິກ 2019, ໂດຍການເປັນກຽດເຂົ້າຮ່ວມຂອງ ພັທ ທິບພະຈັນ ລາດມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ, ມີພະນັກ ງານວິຊາສະ ເພາະທີ່ກ່ຽວຂ້ອງ ແລະ ນັກຂັບຂີ່ທີ່ດັດ ແປງສະພາບ ແລະ ຜູ້ປົກຄອງເຂົ້າຮ່ວມ.

ພັຕ ໄຊຊະນະ ເພັດສະໄຫວ ຮອງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອບ ຈຶ່ງໄດ້ຊີ້ນໍາເຈົ້າໜ້າ ທີ່ໜ່ວຍ ງານຕໍາຫຼວດຈະລາຈອນລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເທດສະບານເມືອງໄຊຍະບູລີ. ຜ່ານການລົງກວດກາຕົວຈິງ ພົບເຫັນນັກຂັບ ຂີ່ດັດແປງສະພາບເຕັກນິກລົດຈັກ, ປະກອບຕີນນ້ອຍ ແລະ ໃສ່ທໍ່ໄອເສຍທີ່ມີສຽງດັງ ຈໍານວນ 8 ຄັນ; ໃນນີ້, ເປັນ ລົດເວບ 110 ຈໍານວນ 4 ຄົນ, ນິນຈາ 1 ຄັນ, ບີດ 1 ຄັນ ແລະ ຟີໂນ້ 2 ຄັນ ຈຶ່ງໄດ້ນໍາເອົາລົດຈັກຈໍານວນດັ່ງກ່າວມາຮັກສາໄວ້.

ຕໍ່ສະພາບດັ່ງກ່າວ, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ຜູ້ກ່ຽວຂ້ອງ ແລະ ພໍ່-ແມ່ຜູ້ປົກຄອງ ຈົ່ງຮັບຮູ້ຕໍ່ພຶດຕິກໍາທີ່ເປັນ ການຝ່າຝືນຕໍ່ກົດລະບຽບຈາລະຈອນ ແລະ ຢຸດເຊົາການປະພຶດທີ່ບໍ່ຖືກຕ້ອງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນລູກທີ່ດີຂອງພໍ່-ແມ່, ເປັນນັກຮຽນທີ່ດີຂອງຄູ-ຈານ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ; ພ້ອມນີ້, ຍັງໄດ້ເນັ້ນໜັ້ກໃຫ້ຜູ້ປົກຄອງ ຈົ່ງເອົາໃຈໃສ່ສຶກສາອົບຮົມບົ່ມສອນລູກຫຼານຂອງຕົນໃຫ້ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດຂຶ້ນກວ່າເກົ່າ.

ພັທ ທິບພະຈັນ ລາດມຸນຕີ ກ່າວວ່າ: ການເປັນກຸ່ມແກ້ງກວນເມືອງແມ່ນການກະທໍາທີ່ຂັດກັບແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໂດຍກົງຕໍ່ສັງຄົມ, ຕໍ່ການກະທໍາຂອງກຸ່ມແກ້ງກວນເມືອງທີ່ພວກທ່ານເປັນຢູ່ນັ້ນແມ່ນເປັນຜົນກະ ທົບຕໍ່ພາບພົດຂອງສັງ ຄົມ ແລະ ສ້າງຜົນເສຍຫາຍຕໍ່ຊັບສິນ, ສຸຂະພາບ ແລະ ຊີວິດຂອງຕົນ; ຖ້າວ່າຜູ້ໃດຕັ້ງກັນເປັນກຸ່ມແກ້ງແຂ່ງລົດກວນເມືອງ, ດັດແປງສະພາບລົດທຸກຮູບແບບຈະຖືກສຶກສາອົບຮົມກ່າວເຕືອນ ຫຼື ຖືກປັບໃໝ ຕາມດໍາລັດ 188/ນຍ ກໍານົດໄວ້ ເປັນຕົ້ນແມ່ນຖ້າຖາກນັກຂັບຂີ່ລົດໄວເກີນກໍານົດ ຈະຖືກປັບໃໝ ແຕ່ 30.000-50. 000 ກີບ, ຂັບຂີ່ລົດແຂ່ງກັນໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝແຕ່ 1.000-700.000 ກີບ, ຂັບຂີ່ລົດຮຽງ ກັນຈະຖືກປັບໃໝ 10.000-70.000 ກີບ, ການດັດແປງລະບົບເຕັກນິກຂອງຍານພາຫະນະ ແລະ ການຂາດການກວດ ກາດ້ານເຕັກນິກ ຈະຖືກປັບໃໝ 50. 000-300.000 ກີບ; ນອກນີ້, ຖ້າວ່ານັກຂັບຂີ່ລົດບໍ່ມີເອກະສານຄົບຖ້ວນຈະຖືກປັບໃໝ 20.000-150.000 ກີບ ແລະ ຖ້າວ່ານັກຂັບຂີ່ລະເມີດກົດລະບຽບການສັນຈອນພາໃຫ້ຜູ້ອື່ນເກີດອຸບັດຕິເຫດ ຈະຖືກປັບໃໝ 100.000-500.000 ກີບ.