ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປະກາດມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການສ້າງຕັ້ງອົງຄະນະພັກ ຫ້ອງວ່າການປະທານປະເທດ ຂຶ້ນໃນວັນທີ 21 ສິງຫາ 2018, ເປັນປະທານໂດຍ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ມີຮອງເລຂາ, ຄະນະພັກ, ກໍາມະການກວດກາພັກ, ສະມາຊິກພັກອ້ອມຂ້າງ ຫ້ອງວ່າການປະທານປະເທດ ເຂົ້າຮ່ວມ.

ສະຫາຍ ດຣ ວິສຸກ ພົມພິທັກ ຫົວໜ້າກົມຈັດຕັ້ງກົດລະບຽບພັກ, ຕ່າງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າ: ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X, ໝວດທີ II, ມາດຕາ 10 ຂໍ້ 1 ແລະ 7, ອີງຕາມການສະເໜີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 617/ຄຈສພ ລົງວັນທີ 2 ສິງຫາ 2018, ຄະນະເລຂາທິການສູນກາງພັກ ຕົກລົງສ້າງຕັ້ງ ອົງຄະນະພັກຫ້ອງວ່າການປະທານປະເທດ ແລະ ໃຫ້ຂຶ້ນກັບ ຄະນະເລຂາທິການສູນກາງພັກ.

ນອກນັ້ນ, ໃນພິທີຍັງໄດ້ມີ ການປະກາດມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງຮອງເລຂາຄະນະພັກ, ປະທານກວດກາ, ກໍາມະການຄະນະພັກ. ໃນນີ້, ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ເພັດສະໝອນ ພັນທະວົງ ເປັນຮອງເລຂາຄະນະພັກ, ທັງເປັນປະທານກວດກາພັກ, ແຕ່ງຕັ້ງ ສະຫາຍ ກິ່ງມະໂນ ພົມມະຫາໄຊ, ສະຫາຍ ນາງ ອໍາມະລີ ຈັນທະພອນ ແລະ ສະຫາຍ ນາງ ພຣະນອມສະຫວັນ ແກ້ວສຸວັນນີ ເປັນກໍາມະການຄະນະພັກ.

ສະຫາຍ ຄໍາເມິງ ພົງທະດີ ກ່າວວ່າ: ການຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການສ້າງຕັ້ງອົງຄະນະພັກ ຫ້ອງວ່າການປະທານປະເທດ ຄັ້ງນີ້, ຖືວ່າເປັນການຍົກລະດັບບົດບາດການນໍາພາຂອງຄະນະພັກໃຫ້ສູງຂຶ້ນ. ດັ່ງນັ້ນ, ຄະນະພັກຕ້ອງມີຄວາມເອກອ້າງທະນົງໃຈ, ເພີ່ມຄວາມຮັບຜິດຊອບຕົນໃຫ້ສູງຂຶ້ນຢ່າງເລິກເຊິ່ງ, ຮອບດ້ານ, ພາວະວິໄສ, ມີຄວາມເດັດດຽວ, ເຂັ້ມງວດໃນການຕັດສິນບັນຫາຕ່າງໆ.

ຄຽງຄູ່ກັບການເອົາໃຈໃສ່ບຸກບືນຂະຫຍາຍສະມາຊິກພັກໃຫ້ເພີ່ມຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ ດ້ວຍການຄັດເລືອກເອົາບຸກຄົນທີ່ມີຄວາມກ້າວໜ້າ, ມີລະບຽບວິໃນ, ມີການເມືອງທີ່ໜັກແໜ້ນ ແລະ ເຄົາລົບຕໍ່ລະບຽບກົດໝາຍ.