ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໃນວັນທີ 17 ສິງຫາ 2018 ໂດຍການຕ້ອນຮັບຂອງ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆເຊກອງ ພ້ອມຄະນະ.

ທ່ານ ຄຳເຜີຍ ບຸດດາວຽງ ໄດ້ລາຍງານສະພາບຜົນເສຍຫາຍ ຈາກໄພນໍ້າຖ້ວມຢູ່ເມືອງກະລຶມ ແຂວງເຊກອງ ວ່າ: ທ້າຍເດືອນກໍລະກົດ 2018 ຜ່ານມາ, ເມືອງກະລຶມ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກ ເປັນຕົ້ນແມ່ນ ເຮັດໃຫ້ເຮືອນຂອງພໍ່-ແມ່ປະຊາຊົນບ້ານວັກໃຕ້ ໄດ້ຮັບຄວາມເສຍຫາຍ, ພໍ່-ແມ່ປະຊາຊົນຂາດທີ່ພັກພາອາໄສ, ເຮືອນຊານຖືກນໍ້າເຊາະເຈື່ອນ, ເສັ້ນທາງຖືກຕັດຂາດ 66 ກິໂລແມັດ, ເສົາໄຟຟ້າຫັກເປ່ເພເສຍຫາຍຫຼາຍຈຸດ ເຮັດໃຫ້ກະແສໄຟຟ້າຖືກຕັດຂາດໃນເທດສະບານເມືອງກະລຶມ, ດິນເຈື່ອນທັບທາງ 10 ຈຸດ, ເສັ້ນທາງຖືກນຳເຊາະເປັນຂຸມເລິກ 25 ຈຸດ, ເຄື່ອງຕິດຕໍ່ສື່ສານຖືກຕັດຂາດ, ເຮືອນຊານບ້ານຊ່ອງຂອງປະຊາຊົນ ໂດຍສະເພາະ ບ້ານວັກໃຕ້ ຖືກນໍ້າຊຸໄຫຼ 24 ຫຼັງ, ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ;

ຈາກສະພາບການດັ່ງກ່າວ ອຳນາດການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການຊີ້ນຳບັນດາຂະແໜງການ, ພະແນກການຂອງແຂວງ, ເມືອງ ຊ່ວຍເຫຼືອປະຊາຊົນຢ່າງທັນການ ເປັນຕົ້ນໄດ້ຊ່ວຍເຫຼືອໃນການບູລະນະສ້ອມແປງເສັ້ນທາງ, ຂົວ, ໄຟຟ້າ ແລະ ການຕິດຕໍ່ສື່ສານ, ໄດ້ຊ່ວຍເຫຼືອດ້ານສະບຽງອາຫານ, ເຄື່ອງນຸ່ງຫົ່ມ ໄປຮອດໄປເຖິງປະຊາຊົນ, ພ້ອມທັງໄດ້ແຕ່ງຕັ້ງພະນັກງານແພດໝໍຂອງແຂວງ ແລະ ເມືອງ ລົງຕິດຕາມຢ່າງໃກ້ຊິດ ເພື່ອຊ່ວຍເຫຼືອພໍ່-ແມ່ປະຊາຊົນບັນດາເຜົ່າ; ມາຮອດປັດຈຸບັນ ແຂວງເຊກອງ ສາມາດຟື້ນຟູຊ່ວຍເຫຼືອປະຊາຊົນເຂດບ້ານ ທີ່ຖືກນໍ້າຖ້ວມໄດ້ສຳເລັດ, ການປຸກສ້າງເຮືອນພັກອາໄສຊົ່ວຄາວ ໃຫ້ປະຊາຊົນໄດ້ໂດຍພື້ນຖານ.

ທ່ານ ບຸນຍັງ ວໍລະຈິດ ໄດ້ມອບເງິນຈຳນວນ 250 ລ້ານກີບ ເພື່ອເປັນທຶນສົມທົບໃນການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງກະລຶມ; ພ້ອມທັງໃຫ້ທິດຊີ້ນໍາອໍານາດການປົກຄອງທຸກຂັ້ນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນ, ເຝົ້າລະວັງສະພາບນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໂດຍການສ້າງໃຫ້ມີລະບົບ ເຊັ່ນ: ລະບົບປ້ອງກັນທີ່ຍືນຍົງ, ລະບົບການແກ້ໄຂເວລາເກີດສະພາບ ແລະ ລະບົບຟື້ນຟູພາຍຫຼັງເກີດເຫດການ.