6 ເດືອນຕົ້ນປີ 2018, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຖືເອົາວຽກງານປ້ອງກັນສະກັດກັ້ນຕ້ານການຄ້າມະນຸດ ເປັນກົກ ໂດຍຖືເອົາການໂຄສະນາເຜີຍແຜ່ຜົນຮ້າຍຂອງ ການຄ້າມະນຸດ ໃຫ້ປະຊາຊົນເຂົ້າໃຈດ້ວຍຫຼາຍຮູບການ, ດ້ວຍຫຼາຍວິທີ ເຊັ່ນ: ຕິດຕັ້ງປ້າຍໂຄສະນາ, ແຈກຢາຍແຜ່ນພັບ, ແຜ່ນໂປສະເຕີ, ອອກສະປອດໂຄສະນາ, ລະຄອນສັ້ນທາງໂທລະພາບ, ໜັງສືພິມ ແລະ ວິທະຍຸ.

ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ທັງເປັນ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່າວໃນກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ວ່າ: ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຖືເອົາວຽກງານປ້ອງກັນສະກັດກັ້ນຕ້ານການຄ້າມະນຸດ ເປັນກົກ, ຖືເອົາວຽກງານການດໍາເນີນຄະດີ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ເປັນບັນຫາສໍາຄັນ

ສະແດງອອກ ຄື: ໄດ້ເຮັດວຽກງານໂຄສະນາ ຢູ່ແຂວງຫຼວງນໍ້າທາ, ຫຼວງພະບາງ-ວຽງຈັນ ແລະ ນະຄອນຫຼວງວຽງຈັນ ຈໍານວນ 35 ບ້ານ ທີ່ຖືກແລວທາງລົດໄຟ, ຕິດຕັ້ງປ້າຍໂຄສະນາ, ແຈກຢາຍແຜ່ນພັບ, ແຜນໂປສະເຕີ, ອອກລາຍການປະຊາຊົນຮ່ວມໃຈຕ້ານໄພການຄ້າມະນຸດ, ອອກສະປອດໂຄສະນາ, ລະຄອນສັ້ນທາງໂທລະພາບ, ໜັງສືພິມ, ວິທະຍຸ ເພື່ອໃຫ້ທົ່ວສັງຄົມມີຄວາມຮັບຮູ້ເຂົ້າໃຈ, ມີສະຕິ, ມີສ່ວນຮ່ວມໃນການປ້ອງກັນ ແລະ ຕ້ານການຄ້າມະນຸດ, ໄດ້ໃຫ້ການຊ່ວຍເຫຼືອດູແລເບິ່ງແຍງຜູ້ດ້ອຍໂອກາດ, ເດັກກໍາພ້າ-ກໍາພອຍ, ເດັກຈາກຄອບຄົວທີ່ທຸກຍາກ ແລະ ເດັກທີ່ບໍ່ມີທີ່ຢູ່ອາໄສທີ່ມີຄວາມສ່ຽງ ເປັນຕົ້ນແມ່ນ ຊ່ວຍເຫຼືອທາງດ້ານອຸປະກອນການຮຽນ, ຝຶກອົບຮົມວິຊາຊີບດ້ານການສ້ອມແປງລົດຈັກ, ປຸງແຕ່ງອາຫານ, ຈັດຕັ້ງກິດຈະກໍາຮ່ວມກັບຊຸມຊົນ ໂດຍໄດ້ສົ່ງເສີມໃຫ້ເດັກເຂົ້າໂຮງຮຽນ ແລະ ປູກຈິດສໍານຶກໃຫ້ເດັກໄດ້ຮັບຮູ້ເຖິງຄວາມປອດໄພ ແລະ ໄພອັນຕະລາຍຈາກການຄ້າມະນຸດ, ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ, ແຜນງານແຫ່ງຊາດ ວ່າດ້ວຍ ການຕ້ານການຄ້າມະນຸດ, ປຶ້ມກໍານົດຕົວຜູ້ຖືກເຄາະຮ້າຍ ແລະ ບັນດາສົນທິສັນຍາສາກົນ ໃຫ້ບັນດາພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ບັນດາແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈ, ໄດ້ຕິດຕາມ, ຊຸກຍູ້ ແລະ ຄຸ້ມຄອງຄະນະກໍາມະການ ຕາໜ່າງປົກປ້ອງເດັກຂັ້ນແຂວງ, ນະຄອນຫຼວງ, ເມືອງ ທີ່ສ້າງຕັ້ງຂຶ້ນແລ້ວ ໃຫ້ໄດ້ເຄື່ອນໄຫວຢ່າງແຂງແຮງ ເພື່ອເປັນການສ້າງຄວາມເຂັ້ມແຂງ, ຄວາມເຂົ້າໃຈໃຫ້ແຕ່ລະພາກສ່ວນຕໍ່ວຽກງານຕ້ານການຄ້າມະນຸດ, ໄດ້ສຸມໃສ່ເຮັດວຽກງານລົງກໍ່ສ້າງຮາກຖານ ເພື່ອເກັບກໍາ, ຂຶ້ນບັນຊີ, ພື້ນທີ່ເປົ້າໝາຍເສັ້ນທາງທີ່ມີຄວາມສ່ຽງ ແລະ ດໍາເນີນແກ້ໄຂຄະດີຄ້າມະນຸດ ສະແດງອອກ ຄື: ໃນ 6 ເດືອນຕົ້ນປີ 2018, ໄດ້ດໍາເນີນຄະດີທົ່ວປະເທດ ມີທັງໝົດ 21 ເລື່ອງ, ມີຜູ້ຖືກຫາ 35 ຄົນ ຍິງ 12 ຄົນ; ໃນນີ້, ມີຄະດີເຂົ້າໃໝ່ໃນ 6 ເດືອນຕົ້ນປີ 9 ເລື່ອງ, ຜູ້ຖືກຫາ 18 ຄົນ ຍິງ 8 ຄົນ, ໄດ້ດໍາເນີນສໍາເລັດແລ້ວສົ່ງໄອຍະການ 8 ເລື່ອງ, ຊັດມ້ຽນ 8 ເລື່ອງ, ໂຈະ 1 ເລື່ອງ ແລະ ກໍາລັງດໍາເນີນ 4 ເລື່ອງ.

ນອກຈາກນີ້, ຢູ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ຍັງໄດ້ເອົາໃຈໃສ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງດ້ານສະຖານທີ່ພັກເຊົາຊົ່ວຄາວທີ່ປອດໄພ, ຊ່ວຍເຫຼືອດ້ານການແພດ, ດ້ານກົດໝາຍ ແລະ ດ້ານການສຶກສາ ເປັນຕົ້ນແມ່ນ ທຶນຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ຖືກເຄາະຮ້າຍ ຈໍານວນ 17 ຄົນ, ໃນນີ້ ເຂົ້າຮຽນຊັ້ນປະຖົມ 5 ຄົນ, ມັດທະຍົມຕອນປາຍ 5 ຄົນ, ວິທະຍາໄລ 1 ຄົນ, ມະຫາວິທະຍາໄລ 1 ຄົນ, ຝຶກອົບຮົມວິຊາຕັດຫຍິບ 3 ຄົນ, ເສີມສວຍ 1 ຄົນ ແລະ ລູກຜູ້ຖືກເຄາະຮ້າຍ 1 ຄົນ ເຂົ້າຮຽນຊັ້ນອະນຸບານ; ຝຶກອົບຮົມວິຊາຊີບໃຫ້ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງ ຈໍານວນ 33 ຄົນ; ໃຫ້ຄໍາປຶກສາຜ່ານທາງໂທລະສັບສາຍດ່ວນຂອງ ກົມຕໍາຫຼວດຕ້ານການຄ້າມະນຸດ, ຂອງສູນໃຫ້ຄໍາປຶກສາ ແລະ ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ສູນກາງກໍາມະບານລາວ ຈໍານວນ 110 ຄັ້ງ; ໃນນີ້ ໃຫ້ຄໍາປຶກສາເຊິ່ງໜ້າ 34 ຄັ້ງ.

ເຖິງຢ່າງໃດກໍຕາມ, ແຕ່ກໍຍັງປັດສະຈາກບໍ່ໄດ້ກ່ຽວກັບ ການຕົວະຍົວະຫຼອກລວງຂົນຂວາຍເອົາແຮງງານໄປເຮັດວຽກຢູ່ຕ່າງປະເທດ ແບບຜິດກົດໝາຍ ກໍຍັງເກີດຂຶ້ນເປັນຈໍານວນຫຼາຍພໍສົມຄວນ; ເຊິ່ງໄລຍະ 6 ເດືອນຕົ້ນປີ 2018 ບັນຫາການຄ້າມະນຸດ ຍັງສືບຕໍ່ເກີດຂຶ້ນດ້ວຍຫຼາຍຮູບການ, ວິທະການ ເປັນຕົ້ນແມ່ນ ການຕົວະຍົວະຫຼອກລວງໄປທ່ອງທ່ຽວ, ໄປຂາຍເຄື່ອງ, ຂາຍອາຫານ ແລະ ແຕ່ງດອງກັບຄົນຕ່າງປະເທດ ດ້ວຍຫຼາຍຮູບການໝັ້ນໝາຍ ເຊິ່ງໄດ້ເກີດຂຶ້ນເກືອບທຸກໆແຂວງຂອງ ສປປ ລາວ, ອີງຕາມຕົວເລກຍິງສາວລາວ ໄດ້ຖືກຊ່ວຍເຫຼືອ ແລະ ສົ່ງກັບຈາກ ສປ ຈີນ ຫຼາຍກວ່າໝູ່ແມ່ນ: ແຂວງຫົວພັນ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ; ນອກນີ້, ຍັງມີການຂົນຂວາຍເອົາແຮງງານລາວ ໄປອອກເຮັດວຽກຢູ່ຕ່າງປະເທດ ແບບຜິດກົດໝາຍ ໂດຍບໍ່ໄດ້ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຈໍານວນ 46.893 ຄົນ ຍິງ 26.167 ຄົນ, ມີແຮງງານລາວຖືກປັບສະຖານະພາບຢູ່ປະເທດໄທ ຈໍານວນ 7.767 ຄົນ ຍິງ 4.036 ຄົນ, ຖືກສົ່ງກັບບໍ່ເປັນທາງການຈາກປະເທດໄທ ຈໍານວນ 68 ຄົນ ຍິງ 57 ຄົນ, ຫຼາຍກວ່າໝູ່ແມ່ນ ແຂວງບໍ່ແກ້ວ, ບໍລິຄໍາໄຊ ແລະ ແຂວງຊຽງຂວາງ. ເພື່ອເຮັດໃຫ້ບັນຫາຕ່າງໆທີ່ມີຄວາມສ່ຽງຕໍ່ກັບ ການຄ້າມະນຸດ ໃຫ້ຫຼຸດໜ້ອຍຖອຍລົງ, ໃນໄລຍະ 6 ເດືອນທ້າຍປີ 2018 ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈະສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດດໍາລັດ, ຂໍ້ຕົກລົງ, ຄໍາສັ່ງແນະນໍາກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຕ້ານການຄ້າມະນຸດ ໃຫ້ເປັນເອກະພາບ, ຖືກຕ້ອງ ແລະ ມີປະສິດທິຜົນ;

ພ້ອມທັງສືບຕໍ່ວຽກງານໂຄສະນາອົບຮົມໃຫ້ແຂງແຮງ ແລະ ເຮັດໃຫ້ມີປະສິດທິຜົນກວ່າເກົ່າ ດ້ວຍການໂຄສະນາຫຼາຍຮູບການ, ວິທີການ ໂດຍຜ່ານທາງໂທລະພາບ, ວິທະຍຸ, ໜັງສືພິມ, ຜ່ານສື່ອອນລາຍ, ແຜ່ນພັບ, ໂປສະເຕີ, ນໍາໃຊ້ພະສົງ-ສາມະເນນໃນວັດ ຊ່ວຍໂຄສະນາໃຫ້ສັງຄົມ, ທ້ອງຖິ່ນ, ເຂດຫ່າງໄກສອກຫຼີກຮັບຮູ້-ເຂົ້າໃຈຕໍ່ກັບຜົນຮ້າຍຂອງການຄ້າມະນຸດ ເພື່ອເຮັດໃຫ້ປະຊາຊົນມີສະຕິລະວັງຕົວ ບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ສືບຕໍ່ເຄື່ອນໄຫວເຮັດວຽກງານສືບສວນ-ສອບສວນຂັ້ນພື້ນຖານ, ຂຶ້ນບັນຊີເປົ້າໝາຍ, ຄັດຈ້ອນເປົ້າໝາຍ, ພື້ນທີ່, ເສັ້ນທາງທີ່ມີຄວາມສ່ຽງຕໍ່ການຄ້າມະນຸດ, ພ້ອມທັງເອົາໃຈໃສ່ດໍາເນີນການສືບສວນ-ສອບສວນຄະດີຄ້າມະນຸດ ທີ່ຍັງຄ້າງ ແລະ ເກີດຂຶ້ນໃໝ່ໃຫ້ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ແລະ ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ ເພື່ອສະຫຼຸບຄະດີໃຫ້ໄອຍະການຖະແຫຼງສົ່ງໃຫ້ສານຕັດສິນລົງໂທດຕໍ່ຜູ້ກະທໍາຜິດ.

ໂດຍລວມແລ້ວ ວຽກງານປ້ອງກັນສະກັດກັ້ນຕ້ານການຄ້າມະນຸດ ແມ່ນວຽກງານທີ່ສໍາຄັນຫຼາຍ ເພື່ອເຮັດໃຫ້ທຸກພາກສ່ວນໃນສັງຄົມ ກໍຄືປະຊາຊົນຮັບຮູ້ເຂົ້າໃຈກ່ຽວກັບໄພອັນຕະລາຍຂອງການຄ້າມະນຸດ ແລະ ມີສະຕິປ້ອງກັນ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ເປັນຫູເປັນຕາຊ່ວຍກັນ ເພື່ອເຮັດໃຫ້ການຄ້າມະນຸດໃນ ສປປ ລາວ ແລະ ພາກພື້ນ ຫຼຸດໜ້ອຍຖອຍລົງ.