ວັນທີ 21 ສິງຫາ 2018 ກອງບັນຊາການ ປກສ ເມືອງນໍ້າ ບາກ ແຂວງຫຼວງພະບາງ ໄດ້ຈັດພິ ທີມອບໃບຍ້ອງຍໍໃຫ້ພະນັກງານ -ນັກຮົບ ທີ່ມີຜົນງານດີເດັ່ນໃນ ການປະກອບສ່ວນເຂົ້າໃນວຽກ ງານ ປກຊ-ປກສ ປະຈຳປີ 2017 ມອບໂດຍ ພັທ ຫຸມເພັງ ເພັດ ແສງດາວ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງ ພ້ອມດ້ວຍ ພະນັກງານ-ນັກຮົບ ປກສ ເມືອງ ເຂົ້າຮ່ວມ.

ໃນນີ້, ມີພະນັກງານ-ນັກຮົບທີ່ໄດ້ຮັບໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ ຈຳນວນ 80 ສະຫາຍ, ໃບຍ້ອງຍໍຂັ້ນຫ້ອງການເມືອງ ປກສ ແຂວງ ຈຳນວນ 16 ສະຫາຍ.

ພັທ ຫຸມເພັງ ເພັດແສງດາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ໄດ້ຮັບການຍ້ອງຍໍຜົນງານໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍຈົ່ງເອົາໃຈໃສ່ປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຍິ່ງຂຶ້ນ.