ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ - ທ່ານ ພົມມາ ພັນທະລັງສີ ຫົວໜ້າຄະນະຈັດຕັ້ງແຂວງ - ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊກາານ ປກສ ແຂວງຄໍາມ່ວນ

ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປັບປຸງກົງຈັກການຈັດຕັ້ງ ໃນວັນທີ 17 ສິງຫາ 2018 ໂດຍການເຂົ້າຮ່ວມຂອງ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ທ່ານ ພົມມາ ພັນທະລັງສີ ຫົວໜ້າຄະນະຈັດຕັ້ງແຂວງ, ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊກາານ ປກສ ແຂວງຄໍາມ່ວນ, ມີຄະນະກອງບັນຊາການ, ປກສ ເມືອງ, ຫ້ອງ, ກອງພັນໂຮງຮຽນ ແລະ ພະນັກງານຫຼັ້ກແຫຼ່ງ ເຂົ້າຮ່ວມ.

ພັທ ຈັນທະລາ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງ-ໂຍກຍ້າຍນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຄໍາມ່ວນ ເຊິ່ງໃນນີ້ ໄດ້ໂຍກຍ້າຍແຕ່ລະສະຫາຍ ດັ່ງນີ້:

  • ພັທ ຄໍາແດງ ຫອມມະລາ ຈາກ ປກສ ເມືອງຫີນບູນ ມາຮັບໜ້າທີ່ໃໝ່ຢູ່ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ
  • ພັທ ຂັວນຕາ ລັດຖະຈັກ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ ປກສ ເມືອງຫີນບູນ
  • ພັທ ຈັນຖະໜອມ ວົງສຸລິດ ຈາກ ກອງພັນປ້ອງກັນເຄື່ອນທີ່ ໄປຮັບໜ້າທີ່ໃໝ່ຢູ່ ປກສ ເມືອງຫີນບູນ
  • ພັທ ຄໍາຮຸ່ງ ອາລຸນສັກ ຈາກ ຄ້າຍຄຸມຂັງ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການກອງບັນຊາການ ປກສ ແຂວງ
  • ພັທ ຄໍາສິງ ອໍລະວັນ ຈາກຫ້ອງ 504 ໄປຮັບໜ້າທີ່ໃໝ່ຢູ່ ປກສ ເມືອງໜອງບົກ
  • ພັທ ພູໂຂງ ຂຸນໂນລາດ ຈາກ ປກສ ເມືອງເຊບັ້ງໄຟ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງຕຳຫຼວດ ປກສ ແຂວງ
  • ພັທ ບຸນກອງ ສີສຸຂະລາດ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ ປກສ ເມືອງເຊບັ້ງໄຟ
  • ພັທ ສຸວັດ ເທບສົມບັດ ຈາກ ປກສ ເມືອງໄຊບົວທອງ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການເມືອງ ປກສ ແຂວງ
  • ພັທ ວັນ ຟອງວິຈິດ ຈາກ ກອງພັນປ້ອງກັນເຄື່ອນທີ່ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງພະລາທິການ
  • ພັທ ກິແກ້ວ ຈັນທະສອນ ຈາກ ຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ ກອງພັນປ້ອງກັນເຄື່ອທີ່
  • ພັທ ວໍລະຈິດ ດວງລາຕີ ຈາກ ຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ຢູ່ ຄ້າຍຄຸມຂັງ-ດັດສ້າງ
  • ພັທ ສາຍເງິນ ອິນທະວົງ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ຢູ່ ບໍລິສັດຮັກສາຄວາມສະຫງົບປອດໄພ.
ພິທີປັບປຸງກົງຈັກການຈັດຕັ້ງ
ພິທີປັບປຸງກົງຈັກການຈັດຕັ້ງ

ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຄໍາມ່ວນ; ໃນນີ້ ແຕ່ງຕັ້ງ ພັທ ສຸວັດ ເທບສົມບັດ ເປັນຫົວໜ້າຫ້ອງການເມືອງ, ພັທ ພູໂຂງ ຂຸນໂນລາດ ເປັນຮອງຫົວໜ້າຫ້ອງຕໍາຫຼວດ, ພັທ ວັນ ຟອງວິຈິດ ເປັນຮອງຫົວໜ້າຫ້ອງພະລາທິການ, ພັທ ຄອນສະຫວັນ ໄຄຍະວົງ ແລະ ທ່ານ ພັຕ ຄໍາໃບ ໄຂຍະລາດ ເປັນຮອງຫົວໜ້າຫ້ອງ 504, ພັທ ຍັນຕາ ສໍບຸນຫຼາຍ ເປັນຮອງຫົວໜ້າຫ້ອງ 509, ພັທ ແສງສຸລີ ແກ້ວກົງຍັນ ເປັນຫົວໜ້າກອງພັນປ້ອງກັນເຄື່ອນທີ່, ພັທ ວໍລະຈິດ ດວງລາຕີ ເປັນຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ພັທ ສາຍເງິນ ອິນທະວົງ ເປັນຫົວໜ້າບໍລິສັດຮັກສາຄວາມສະຫງົບປອດໄພ, ພັທ ຂັວນຕາ ລັດຖະຈັກ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫີນບູນ, ພັທ ຄໍາສິງ ອໍລະວັນ ເປັນຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ, ພັທ ບຸນກອງ ສີສຸຂະລາດ ເປັນຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ, ພັທ ຄໍາອອນ ອຸດົມສີງ ເປັນຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ, ພັຕ ລັກມະນີ ຈັນທະລາດ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງມະຫາໄຊ ແລະ ພັທ ສີສະຫວ່າງ ບຸນນະສອນ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ເມືອງໄຊບົວທອງ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ກອງບັນຊາການ ປກສ ແຂວງຄຳມ່ວນ
ກອງບັນຊາການ ປກສ ແຂວງຄຳມ່ວນ

ໃນພິທີ, ພົວຈ ອາລູ ວາລີຊື ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ຜູ້ທີ່ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຊີ້ນຳ-ນຳພາະນັກງານ-ນັກຮົບ ໃນຂອບເຂດຄວາມຮັບຜິດຊອບ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັກສາຄວາມສາມັກຄີ ແລະ ມີຄວາມເປັນເອກະພາບພາຍໃນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ.