ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງປາຖະກະຖາວັນ ຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 59 ປີ (18 ພຶດສະພາ 1959-18 ພຶດສະພາ 2018), ວັນໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນຂອງຜູ້ນໍາພັກ-ແນວລາວຮັກຊາດ ຄົບຮອບ 58 ປີ (24 ພຶດສະພາ 1960-24 ພຶດສະພາ 2018) ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັນດັ່ງກ່າວ.

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງຫົວໜ້າຫ້ອງວ່າການ ປະທານປະເທດ ໄດ້ປາຖະກະຖາ ໃຫ້ຮູ້ວ່າ: ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ວ່າ: ໃນເວລາ 19 ໂມງ 30 ນາທີ ຂອງວັນທີ 18 ພຶດສະພາ 1959 ຄະນະພັກ-ຄະນະບັນຊາການກອງພັນໄດ້ຮຽກຮ້ອງພະນັກງານສະມາຊິກພັກທັງໝົດໃນກອງພັນ ເພື່ອປະກາດລຶບຊື່ຮູບການຈັດຕັ້ງຂອງກອງທັບລາຊະອານາຈັກ ແລ້ວສ້າງຕັ້ງຄະນະບັນຊາໃໝ່ຂຶ້ນແທນ ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ຈໍານຽນ ບຸນລອດ ເປັນຫົວໜ້າກອງພັນ, ທ່ານ ທອງສະຫວັດ ໄຂຄຳພິທູນ ເປັນກຳມະການ-ການເມືອງ, ທ່ານ ສວຍ ບຸນຈະເລີນ ເປັນຮອງກອງພັນ, ທ່ານ ຫຼວຍແສນຄຳ ກົມມະດຳ ເປັນຮອງກຳມະການ-ການເມືອງ ແລ້ວອອກຄຳສັ່ງໃຫ້ບັນດາກົມກອງ ເລີ່ມຕົ້ນປະຕິບັດແຜນການຖອນທັບໄປທາງທິດບ້ານໂຕນ ແລະ ໄດ້ຜັນຂະຫຍາຍຄຳສັ່ງຖອນກຳລັງຄັ້ງນັ້ນໃຫ້ທົ່ວເຖິງທຸກກອງຮ້ອຍຢ່າງວ່ອງໄວ ແລະ ປິດລັບທີ່ສຸດ; ຕົກມາຮອດຄໍ່າຄືນຂອງວັນດຽວກັນ ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງພ້ອມກັບຄອບຄົວພະນັກງານ-ນັກຮົບທັງໝົດ ໄດ້ນຳໃຊ້ຄວາມມືດຖອນທັບໄປທາງທິດບ້ານໂຕນ-ນາແຖງ-ໜອງເຕີ້ ແລ້ວເຂົ້າໄປຕາມທິດບ້ານມາຍ (ທິດຕາເວັນຕົກສຽງໃຕ້ ປະມານ 15 ກິໂລແມັດ) ຢ່າງປິດລັບ; ມາຮອດ 7 ໂມງເຊົ້າຂອງມື້ຕໍ່ມາ ພວກສັດຕູເຂົ້າປົດອາວຸດກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ-ວ່າງເປົ່າ ນັບທັງເຮືອນຫ້ອງແຖວຄອບຄົວ ພະນັກງານທະຫານກໍບໍ່ມີຮອດເງົາຄົນ; ສ່ວນກອງພັນທີ 2 ພາຍຫຼັງທີ່ໄດ້ອອກຈາກທົ່ງໄຫຫີນ ແລ້ວໄດ້ເຄື່ອນທັບໄປຕາມທົ່ງຫຍ້າປ່າອັນຕຶບໜາເພື່ອໃຫ້ຫວິດຈາກວົງປິດລ້ອມຂອງພວກສັດຕູໂດຍມີກອງຮ້ອຍທີ 3 ເຊິ່ງເປັນກອງຮ້ອຍທີ່ເຂັ້ມແຂງອາດຫານນຳໜ້າ; ນັບເປັນເວລາຂອງການເຄື່ອນທັບ 10 ກວ່າວັນ ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ ໃນຂະນະທີ່ເຄື່ອນທັບ, ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ໄດ້ຜ່າວົງປິດລ້ອມທີ່ແໜ້ນໜາຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ ໂດຍພາຍໃຕ້ການນຳພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ການສະໜັບສະໜູນຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍ-ນ້ອງ.

ວັນແຫກຄຸກໂພນເຄັງ ຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ແມ່ນການແຫກຄຸກອອກຈາກຄຸກໂພນເຄັງ ຂອງບັນດາທ່ານຜູ້ນໍາ, ເຊິ່ງວັນເວລາຜ່ານໄປເກືອບ 300 ວັນ ຜູ້ນໍາເຮົາທີ່ຢູ່ໃນຄຸກໄດ້ຂົນຂວາຍສາລະວັດທະຫານທີ່ເຂົ້າມາເວນຍາມໃນຄຸກໄດ້ຮັບໝາກຜົນເປັນຢ່າງດີ, ການວາງແຜນກະກຽມເສັ້ນທາງ, ກຽມຈິດກຽມໃຈ, ກຽມເຄື່ອງໃຊ້ທີ່ຈໍາເປັນ ແລະ ອາວຸດ, ປອມຕົວເປັນສາລະວັດທະຫານຍ່າງອອກປະຕູຄຸກເບື້ອງທາງເລກທີ 13 ໃຕ້ປະຕູໃຫຍ່ຂອງກະຊວງປ້ອງກັນປະເທດໃນປັດຈຸບັນ; ໃຊ້ເວລາເດີນທາງຫຼາຍເວັນ-ຫຼາຍຄືນ ແລະ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ຈົນສາມາດເດີນທາງຮອດເຂດທີ່ໝັ້ນຢ່າງປອດໄພ.

ພ້ອມນີ້, ທ່ານຮອງຫົວໜ້າຫ້ອງວ່າການ ປະທານປະເທດ ຍັງໄດ້ເຜີຍແຜ່ເອກະສານຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ ນຍ, ລົງວັນທີ 9 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ບົດແນະນໍາຂອງສໍານັກງານາຍົກກ່ຽວກັບການກໍານົດຕໍາແໜ່ງງານ ເພື່ອເປັນບ່ອນອີງໃນການຄັດເລືອກ, ບັນຈຸ, ສັບຊ້ອນ, ປະເມີນຜົນການປະຕິບັດງານ, ແຕ່ງຕັ້ງ-ໂຍກຍ້າຍ, ປົດຕໍາແໜ່ງ, ບໍາລຸງ-ຍົກລະດັບ, ກໍ່ສ້າງ, ປະຕິບັດນະໂຍບາຍຕໍ່ລັດຖະກອນ.