ໃນວັນທີ 19 ພຶດສະພາ 2018, ພົຈວ ບຸນມາ ມີທອງ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງພົບປະຢ້ຽມຢາມພະນັກງານບັນຊາ ກອງບັນຊາການ ປກສ ແຂວງອຸດົມໄຊ, ໂດຍມີ ພັອ ນີລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຫ້ອງ, ກອງວິຊາສະເພາະອ້ອມຂ້າງ ປກສ ແຂວງ ຕ້ອນຮັບ.

ການພົບປະຢ້ຽມຢາມໃນຄັ້ງນີ້, ພັອ ນີລະວົງ ເຈືອງຕະວະລາດ ໄດ້ລາຍງານຫຍໍ້ກ່ຽວກັບການສະກັດກັ້ນ-ແກ້ໄຂບັນດາສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນທົ່ວແຂວງ ໄລຍະຜ່ານມາ, ໂດຍສະເພາະແມ່ນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ໃນນີ້, ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຫຼາຍແມ່ນບັນຫາອຸບັດຕິເຫດ, ການລັກລອບຂົນສົ່ງຊື້-ຂາຍຢາເສບຕິດປະເພດຕ່າງໆ, ຂີ້ລັກ-ງັດແງະ, ປຸ້ນຈີ້-ຊິງຊັບຄ້າ-ຂາຍເຖື່ອນ, ການລັກລອບເຂົ້າ-ອອກເມືອງທີ່ບໍ່ຖືກຕາມລະບຽບ ແລະ ບັນຫາອື່ນໆ, ເພື່ອສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ, ຄະນະຊີ້ນຳບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມດ້ານ ການເມືອງແນວຄິດໃຫ້ແກ່ພະນັກງານ-ນັກຮົບມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ໃຫ້ເປັນກຳລັງທີ່ໄວ້ວາງໃຈຈາກປະຊາຊົນ; ເຊິ່ງຄະນະພັກ-ຄະນະບັນຊາໄດ້ສຸມໃສ່ ແລະ ຊີ້ນຳພະນັກງານ-ນັກຮົບທາງດ້ານການເມືອງ-ແນວຄິດ ຕິດພັນກັບວຽກງານວິຊາສະເພາະຢ່າງເປັນປົກກະຕິ, ພ້ອມທັງຫັນເອົາກຳລັງລົງກໍ່ສ້າງຮາກຖານ ເພື່ອປັບປຸງຍົກລະດັບກຳລັງ ປກສ ໃຫ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ພາຍຫຼັງຮັບຟັງການລາຍງານ, ພົຈວ ບຸນມາ ມີທອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ກຳລັງ ປກສ ແຂວງອຸດົມໄຊ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ໂອ້ລົມໃຫ້ທົ່ວກຳລັງ ປກສ ແຂວງ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ມີຄວາມອົດທົນສູງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກຄົນບໍ່ຫວັງດີ, ເປັນເຈົ້າການປະຕິບັດວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໃນການຕ້ານ-ແກ້ໄຂປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນພາຍໃນແຂວງ ເພື່ອຮັບປະກັນຄວາມສະຫງົບປອດໄພ ໃຫ້ພໍ່-ແມ່ປະຊາຊົນໄດ້ດຳລົງຊີວີດຢ່າງສະດວກສະບາຍ.